ນັກ​ກິລາ​ຍົກ​ນ້ຳໜັກ​ຂອງ​ອິນ​ໂດ​ເນ​ເຊຍ​ແລະ​ຫວຽດນາມມີ​ຜົນງານດີ​​ເດັ່ນ

(GMT+08:00) 2008-08-12 19:33:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​​ເວລາ 10 ​ໂມງ​ວັນ​ທີ 12 ສິງ​ຫາ​ນີ້,​ໃນ​ການ​ແຂ່ງຂັນຍົກ​ນ້ຳໜັກ​ລຸ້ນ 69 ກິ​ໂລ​ກຸ່ມ B ​ເພດ​ຊາຍ,ທ້າວ​ຄູ​ເນ​ຍວັນ ​ເອດີ ນັກ​ກິລາ​ອິນ​ໂດ​ເນ​ເຊຍ​ໄດ້​ເປັນ​ທີ 4 ​ດ້ວຍ​ຜົນງານລວມ 307 ກິ​ໂລ.ສ່ວນ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ລຸ້ນ 63 ກິ​ໂລ​ກຸ່ມ A ​ເພດ​ຍິງ,ນາງ​ຫງຽວນທີທຽດ ນັກ​ກິລາ​ຫວຽດນາມ​ໄດ້​ເປັນ​ທີ 5 ​ດ້ວຍ​ຜົນງານ​ລວມ 225 ກິ​​ໂລ.

ນອກ​ນີ້,​ໃນ​ການ​ແຂ່ງ​ຂັນ​ຍິງ​ປືນ​ສັ້ນ 50 ​ແມັດ​ເພດ​ຊາຍ​ຮອບ​ຄັດ​ເລືອກທີ່​ຈັດ​ຂຶ້ນ​ໃນ​ມື້ນີ້,ທ້າວຈັກ​ກິດ ພານິດ​ຜາຕິ​ກຳ ນັກກິລາ​ໄທ​ເປັນ​ທີ 30 ດ້ວຍ​ຜົນ​ງານ 549 ແຕ້ມ,ບໍ່ໄດ້​ເຂົ້າ​ການ​ແຂ່ງ​ຂັນຮອບ​ສຸດ​ທ້າຍ.ທ້າວ​ຫງຽວນ​ມັນ​ທູງ ນັກ​ກິລາ​ຫວຽດ​ນາມ​ໄດ້ຮັບຜົນ​ງານ 543 ​ແຕ້ມ,​ບໍ່​ໄດ້​​ເຂົ້າ​ການ​ແຂ່ງຂັນ​ຮອບ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>