ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ຢ່າງ​ສະດວກ

(GMT+08:00) 2008-08-13 18:16:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 13 ສີ​ງຫາ​ນີ້, ທ່ານກິວ​ເບີດ ຫົວໜ້າ​ບໍລິການງານ​ໂອ​ລິ​ມປິກ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ພາຍຫຼັງ​​ໄດ້ປະ​ເມີນ​ຕໍ່​ການ​ແຂ່ງ​ຂັນ​ໃນ 5 ມື້ທຳ​ອິດ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຄະນະ​ກຳມະການ​​ໂອ​ລິມປິກ​ສາກົນສະ​ແດງ​ຄວາມ​​ເພິ່ງພໍ​ໃຈ​ທີ່​ສຸດ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ດຳ​ເນີນ​ຢ່າງ​ສະດວກ​ໃນ​ດ້ານ​ການ​ແຂ່ງຂັນ​ແລະ​ດ້ານ​ບໍລິການ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນຂ່າວ​ຫຼັກຂອງານ​ໂອ​ລິ​ມປິກ​ປັກ​ກິ່ງທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ສີ​ງຫາ​ນີ້, ທ່ານ​ກິວເບີ​ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງຈັດພິທີ​ໄຂ​ຢ່າງ​ສຳ​ເລັດ​ຜົນ, ນັກ​ກິລາ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຍ້ອງຍໍ​ສິ່ງ​ກໍ່ສ້າງ​ແລະ​ບໍລິການ​ຂອງ​ບ້ານ​ໂອ​ລິ​ມປິກ, ​ແລະ​ພໍ​ໃຈ​ຫຼາຍ​ຕໍ່​ການ​ແຂ່ງຂັນ ສະໜາມ​ຝຶກ​ຊ້ອມ​ແລະ​ການ​ເດີນທາງ; ນັກ​ກິລາ​​ໄດ້ສະ​ແດງຄວາມ​ສາມາ​ດທີ່​ດີ​ເດັ່ນ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ໄດ້​​ເສີມ​ຂະຫຍາຍ​ສູ່ລະດັບ​ສູງ, ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ຢ່າງ​ສະດວກ.

 "​ຕອນ​ເຊົ້າ​ມື້​ນີ້​ປະທານ​ຊາກຣົກ​ເກ​ໄດ້​ກິນ​ເຂົ້າ​ເຊົ້າ​ຢູ່​ແຈ​ໜຶ່ງຂອງ​ບ້ານ​ໂອ​ລິ​ມປິກ, ​ເພື່ອບໍ່​ໃຫ້​​ຄົນ​​ໃຫ້​ຄວາມ​ສົນ​ໃຈ​​ທ່ານ, ​ແຕ່​ຍັງ​ມີ​ນັກ​ກິລາ​ຈຳນວນ​ໜຶ່ງ​ໄດ້​ເຫັນ​ທ່ານ, ​ແລະ​​ເວົ້າ​ຕໍ່​ທ່ານ​ວ່າຂອບ​ໃຈ​ນຳ​ທ່ານ, ພວກ​​ເຮົາ​ບໍ່​ເຄີຍ​ເຫັນ​ບ້ານ​ໂອ​ລິ​ມປິກ​ດີ​ຄື​ບ້ານ​ນີ້​ແລະ​ເງື່ອນ​ໄຂ​ການ​ແຂ່ງຂັນ​ດີ​ແບບ​ນີ້."

ທ່ານ​ກິວເບີ​ກ່າວ​ວ່າ, ວຽກ​ງານຈັດ​ຕັ້ງ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ​ດີ​ຫຼາຍ, ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສະໜອງ​ການ​ແຂ່ງຂັນ​ແລະ​ສະພາບ​ແວດ​ລ້ອມ​ເຮັດ​ວຽກ​ຂອງ​ສື່​ມວນ​ຊົນ​ທີ່​ມີ​ລະດັບ​ແລະ​ຄຸນ​ນະພາ​ບສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>