ລັດຖະມົນຕີ​ການ​ເງິນ​ອາ​ເມ​ລິ​ກາ​ມອບ​ລາງວັນ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃຫ້​ບ້ານ​ໂອ​ລິມປິກ​ປັກ​ກິ່ງ

(GMT+08:00) 2008-08-13 18:18:23 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 13 ສີ​ງຫາ​ນີ້, ທ່າ​ນຮັນຣີ ​ໂພ​ຊັນ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ການ​​ເງິນ​ອາ​ເມ​ລິ​ກາ​ໄດ້​ມາ​ຮອດ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​, ​ເພື່ອ​ຕາງໜ້າ​ສະມາຄົມ​ສິ່ງ​ກໍ່ສ້າງ​ສີຂຽວ​ອາ​ເມ​ລິ​ກາມ​ອບ"ລາງ​ວັນ​ຄຳກອງໜ້າ​ການອອກ​ແບບ​ດ້ານພະລັງງານ​ແລະ​ສິ່ງ​ແວດ​ລ້ອມ"​ໃຫ້​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ໂພ​ຊັນ​ກ່າວ​ວ່າ, ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ນັກ​ກິລາ​ໝື່ນ​ກວ່າ​ຄົນ​ທີ່​ມາກ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ພວມ​ແຂ່ງຂັນ​ຢູ່​ຢ່າງ​ດຸ​ເດືອດ, ບ້ານ​ໂອ​ລິ​ມປິກ​ສີ​ຂຽວ​ໄດ້​ສະໜອງ​ເງື່ອນ​ໄຂ​ຊີວິດການ​ເປັນ​ຢູ່​ອັນ​ດີງາມ​ໃຫ້​ແກ່​ເຂົາ​ເຈົ້າ. ການ​ນຳ​ໃຊ້​ເຕັກນິກອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ປະຢັດ​ພະລັງງານ​ປະ​ເພດ​ຕ່າງໆ, ​ເຮັດ​ໃຫ້​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກາຍ​ເປັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງ​ໜຶ່ງ​ທີ່​ເປັນ"ສີຂຽວ​ທີ່​ສຸດ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>