ເຈົ້າ​ຄອງ​ນະຄອນ​ໂຕ​ກຽວ​ຍ້ອງຍໍ​ອາສາ​ສະໝັກ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-13 18:49:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງມໍ່ໆ​ນີ້,​ໃນ​​ເວລາ​ທ່ານ​ອີ​ຊີ​ຮາຣາ ຊີ​ນທາ​ໂຣ ​ເຈົ້າ​ຄອງ​ນະຄອນ​ໂຕ​ກຽວ​ຍີ່ປຸ່ນ​ໃຫ້ສຳພາດ​ຕໍ່​ສື່​ມວນ​ຊົນ​ຍີ່ປຸ່ນ,ທ່ານ​ໄດ້​ຍ້ອງຍໍ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ອາສາ​ສະໝັກ​ງານ​​ໂອ​ລິ​ມປິກ.

"ອາຊາ​ຮີ ຊີມບູນ"ຂອງ​ຍີ່ປຸ່ນ​ແຈ້ງ​ຂ່າວ​ວ່າ,​ໃນ​ເວລາ​ໃຫ້​ສຳພາດ,ທ່ານ​ອີ​ຊີ​ຮາຣາ ຊີ​ນທາ​​ໂຣກ່າວ​ວ່າ,ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຮັດ​ໃຫ້​ທ່ານ​ສຳນຶກຮູ້ຄວາມ​ເຂັ້ມ​ແຂງ​ຂອງ​ຈີນດ້ວຍ​ຕົນ​ເອງ.​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ທ່ານກະ​ຕຸ້ນໃຈ​ກວ່າ​ໝູ່​ແມ່ນ​ອາສາ​ສະໝັກ​ງານ​ໂອ​ລິ​ມປິກ,ອາສາ​ສະໝັກ​ທັງ​ຫຼາຍທີ່​ອຳນວຍ​ການ​ບໍລິ​ການ​ໃຫ້​ງານ​ໂອ​ລິ​ມປິກ​ໂດຍ​ບໍ່​​ເກັບ​ຄ່າ​ທັງຮັກ​ແຂກ​ແພງ​ຄົນ​ສະ​ໜິດ​ສະ​ໜົມ​ແລະ​ສຸພາບ​ດີ.ທ່ານ​ອີ​ຊີ​ຮາຣາ ຊີ​ນທາ​ໂຣ​ເຫັນ​ວ່າ,ຊາວ​ໜຸ່ມ​ຈີນ​ມີ​ຄວາມ​ຝັນ,​​ເຮັດ​ໃຫ້​ຄົນ​ທັງຫຼາຍ​ມີ​ຄວາມ​ຄອງ​ຄອຍ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>