ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​​ເຂົ້າສູ່​ມື້​ທີ 5, ຈີນ​ໄດ້​ຮັບ​ຫຼຽນ​ຄຳ 4 ຫຼຽນອີກ, ​ເປັນ​ທີ​ໜຶ່ງ​ໃນ​ການ​ລຽນ​ລຳ​ດັບ​ຫຼຽນ​ຄຳ​ດ້ວຍ 17 ຫຼຽນ

(GMT+08:00) 2008-08-13 21:09:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 13 ສິງຫາ​ນີ້, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຂົ້າສູ່​ມື້​ທີ 5, ຈີນ​ໄດ້​ຮັບຫຼຽນຄຳ 4 ຫຼຽນອີກ, ​ເປັນ​ທີ​ໜຶ່ງ​ໃນ​ການ​ລຽນ​ລຳດັບຫຼຽນຄຳດ້ວຍ 17 ຫຼຽນ.

ນັກ​ກິລາ​ຈີນ​ໄດ້​ມີ​ການສະ​ແດງ​ເກັ່ງຫຼາຍ​ໃນ​ການ​ແຂ່ງຂັນ​ມື້​ນີ້: ຕອນ​ທ່ຽງ​ວັນ​ທີ 13 , ທິມກາຍຍະກຳ​ເພດ​ຍິງ​ຂອງ​ຈີນ​ຊິງ​ໄດ້ຫຼຽນຄຳ​ໂອ​ລິ​ມປິກ​ປະ​ເພດ​ທິມຫຼຽນທຳ​ອິດ​ໃນ​ປະຫວັດ​ກາຍຍະກຳ​ຂອງ​ຈີນ, ທິມອາ​ເມ​ລິ​ກາ​ແລະ​ທິມ​ລູມາ​ເນຍ​ເປັນ​ທີ 2 ​ແລະ​ທີ​ 3; ນາງລິວ​ຊຸນ​ຫົງ ນັກ​ກິລາ​ຈີນ​ໄດ້​ເປັນ​ແຊມ​ປຽມ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກລຸ້ນ 69 ກິ​ໂລ​ເພດ​ຍິງ, ​​ແລະ​ໄດ້​ທຳລາຍ​ສະຖິຕິ​ໂລກ​ສາມ​ລາຍ​ຄື​ການ​ຈັບ​ຍົກ​, ຍໍ​ຍົກ, ​ແລະ​ຜົນ​ງານລວມຂອງ​ລຸ້ນ 69 ກິ​ໂລ​. ​ທ້າວວາງ​ເຟີ​ງ​ແລະທ້າວ​ສິນ​ຂາຍ ນັກ​ກິລາ​ຈີນ​ໄດ້ຫຼຽນຄຳ​ຂອງ​ລາຍການ​ໂດດ​ນ້ຳ​ເທິງ​ແປ້ນ 3 ​ແມັດ​ເພດ​ຊາຍ; ​ນາງເສີນ​ອິງ ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນຄຳ​​ໃນ​ການ​ແຂ່ງຂັນ​ຮອບ​ຊະນະ​ເລີດ​ປືນ​ສັ້ນ 25 ​ແມັດ​ເພດ​ຍິງ, ຜົນງານ​ແມ່ນ 208,4 ​ແຕ້ມ.

ການ​ແຂ່ງຂັນ​ລອຍ​ນ້ຳ​ຍັງ​ແມ່ນ​ນັກ​ກິລາ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ເປັນ​ຜູ້​ຄອງ​ຫຼຽນລາງວັນ: ນາງ​ໄລ​ສ໌ ນັກ​ກິລາ​​ອົສ໌ຕຼາລີ​ໄດ້​ທຳລາຍ​ສະຖິຕິ​ໂລກ​ລອຍ​ປະສົມ​ບຸກຄົນ 200 ​ແມັດ​ເພດ​ຍິງ, ຊິງ​ໄດ້ຫຼຽນຄຳ; ທ້າວ​ຟິວພົສ໌ ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາຊິງ​ໄດ້ຫຼຽນຄຳ​ລອຍ​ແມງກະ​ເບື້ອ 200 ​ແມັດ​ເພດ​ຊາຍ​ແລະ​​ໄດ້​ທຳລາຍ​ສະຖິຕິ​ໂລກ; ​ເພ​ເລ​ເກຼິນີ ນັກ​ກິລາ​ອີ​ຕາ​ລີ​ໄດ້​ທຳລາຍ​ສະຖິຕິ​ໂລກຂອງ​ການ​ລອຍ​ເສລີ​ 200 ​ແມັດ​ເພດ​ຍິງ​ແລະ​ໄດ້​​ເປັນຊະນະ​ເລີດ. ​ໃນ​ການ​ລອຍ​ຂວ້ຳ​ປະ​ເພດທິມ​ 4X200 ​ແມັດ​ເພດ​ຊາຍ, ທິມອາ​ເມ​ລິ​ກາ​ທີ່​ນຳ​ໂດຍ​ທ້າວ​ຟິວພົສ໌ ​ຊິງ​ໄດ້ຫຼຽນຄຳ​ດ້ວຍ​ຜົນງານ 6 ນາທີ 58 ​ວິນາທີ 56, ​ແລະ​ໄດ້​ທຳລາຍ​ສະຖິຕິ​ໂລກ​ຂອງ​ລາຍການ​ດັ່ງກ່າວ. ທ້າວ​ຟິວພົສ໌ ກໍ່​ໄດ້​ກາຍ​ເປັນ​ຜູ້​ໄດ້​ຮັບຫຼຽນຄຳ​ໂອ​ລິ​ມປິກຫຼາຍກວ່າ​ໝູ່​ໃນ​ໂລກ.

ໃນ​ການ​ແຂ່ງລົດຖີບ​ທາງ​ຖະໜົນ​ນັບ​ເວລາ​ບຸກຄົນ​ເພດ​ຍິງ, ນາງອາມ​ສ໌​ເທີ​ລາງ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້ຫຼຽນຄຳ​ດ້ວຍ​ຜົນງານ 34 ນາທີ 51 ວິນາທີ 72; ສ່ວນ​ທ້າວ​ຟາ​ບິ​ອານ ຄຳ​ເຊ​ລາ​ລາ ນັກ​ກິລາ​ສະ​ວິສ​ຊິງ​ໄດ້ຫຼຽນຄຳ​ແຂ່ງ​ລົດຖີບ​ທາງ​ຖະໜົນ​ນັບ​ເວລາ​ບຸກຄົນ​ເພດ​ຊາຍ​, ຜົນງານ​ແມ່ນ 1 ຊົ່ວ​ໂມງ 2 ນາທີ 11 ວິນາທີ 43.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>