ງານ​ວາງສະ​ແດງ​ກ່ຽວ​ກັບ​ໂອ​ແລັມ​ປິກ​ຮັບ​ແຂກ​ໜຶ່ງ​ລ້ານ​ກວ່າ​​ເທື່ອ​ຄົນ

(GMT+08:00) 2008-08-14 15:46:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI,ວັນ​ທີ 14 ສິງຫາ​ນີ້ ຢູ່​ທີ່​ປັກ​ກິ່ງ ນາງ​ອີ​ພິງ ຮອງ​ຫົວໜ້າ​ພະ​ແນ​ກວັດຖຸ​ບູຮານ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,ນັບ​ມາ​ຮອດ​ວັນ​ທີ 13 ສິງຫາ​ນີ້ ງານ​ວາງສະ​ແດງ​ກ່ຽວ​ກັບ​ໂອ​ແລັມປິກ​ທີ່​ປັກ​ກິ່ງ​ຈັດ​ຂຶ້ນ​ໄດ້​ຕ້ອນຮັບ​ແຂກ 1 ລ້ານ 4 ​ແສນ​ກວ່າ​ເທື່ອ​ຄົນ,​ໃນ​ນັ້ນ ລວມທັງ​ແຂກ​ຕ່າງປະ​ເທດ 1 ​ແສນ​ກວ່າ​ຄົນ​ທີ່​ມາ​ຈາກ​ເກືອບ 60 ກວ່າ​ປະທດ​ແລະ​ເຂດ​ແຄວ້ນ.

​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງ2008​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ນາງ​ອີ​ພິງ​ກ່າວ​ວ່າ,ກ່ອນ​ແລະ​ຫຼັງ​ໂອ​ແລັມ​ປິກ​ຈະ​ໄດ້​ມີ​ການ​ວາງ ສະ​ແດງ​ກ່ຽວ​ກັບ​ໂອ​​ແລັມປິກ 110 ກວ່າ​ລາຍ​ຈັດ​ຂຶ້ນຢູ່​ປັກ​ກິ່ງ,​ງານ​ວາງສະ​ແດງ​ເຫຼົ່ານີ້​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຫຼາຍ​ຈາກ​ຜູ້​ຊົມ​ຈີນ​ແລະ​ຕ່າງປະ​ເທດ. ​​ໃນ​ງານ​ວາງສະ​ແດງ​ເຫຼົ່ານີ້,ບາງ​ອັນ​ໄດ້​ໂຮມ​ສູນ​ວາງສະ​ແດງ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ປະຊາ​ຊາດ​ຈີນ,​ບາງ​ອັນ​ໄດ້​ວາງສະ​ແດງ​ນ້ຳ​ໃຈ​ໂອ​ແລັມປິກ​ຕໍ່​ຜູ້​ຊົມ​ຈີນ​ແລະ​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>