ສະມາຄົມ​ແຂ່ງ​ເຮືອ​ກາ​ໂນ​ກາ​ຍັກ​ສາ​ກົນ: ວຽກ​ງານ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ເຮືອ​ກາ​ໂນ​ກາ​ຍັກ​ວິ​ບາກ​ເຮັດ​ໄດ້​ດີ​ຫຼາຍ

(GMT+08:00) 2008-08-14 19:40:52 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ, ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ14​ສິງຫາ​ນີ້, ທ່ານ​ອຸຣິກ ຟິວ​ເດິຮົຟ ປະທານ​ສະມາຄົມ​ແຂ່ງ​ເຮືອ​ກາ​ໂນ​ກາ​ຍັກ​ສາກົນ​ເວົ້າ​ວ່າ, ການ​ແຂ່ງຂັນ​ເຮືອ​ກາ​ໂນກາຍັກ​ວິບາກ​ໃນ​ງານ​ໂອ​ລິ​ມປິກປັກ​ກິ່ງ​ມີ​ລະດັບ​ສູງ, ຈຳນວນ​ຜູ້​ຊົມ​ຫຼາຍ, ວຽກ​ງານ​ຈັດ​ຕັ້ງ​ເຮັດ​ໄດ້​ດີ​ຫຼາຍ, ທ່າ​ທີ​​ແລະ​ລະດັບ​ບໍລິການ​ຂອງ​ອາສາ​ສະໝັກ​ໃນ​ສະໜາມ​ແຂ່ງຂັນ​ກໍ​ເຮັດ​ໃຫ້​ສະມາຄົມ​ເຮືອ​ກາ​ໂນ​ພໍ​ໃຈ​ຫຼາຍ.

ທ່ານ​ຟິວ​ເດິ​ຮົຟຍັງ​ກ່າວ​ວ່າ, ທ່ານ​ຮູ້​ສຶກ​ເຊີດ​ຊູ​ກຳລັງ​ໃຈ​ທີ່​ໄດ້​ຮູ້​ວ່າ​ທິມ​ໃນທະວີບອາ​ຟຼິກາ​ໄດ້​ມີ​ການ​ບຸກທະລຸ​ໃນ​ການ​ແຂ່ງຂັນ​ເຮືອ​ກາ​ໂນ​ກາຍັກ​ວິບາກ​​ໃນ​​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້. ທ້າວ​ບຸ​ເຊີ ​​ເປ​ຕີ ທີ່​ເກີດ​ຢູ່​ຝຣັ່ງ​ແລະ​ຕາງໜ້າ​ທິມ​ໂດ​ໂກ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກາ​ຍັກ​ສີພາຍ​ດຽວ​ຊິງ​ໄດ້​ທີ​ສາມ​ໃນ​ການ​ແຂ່ງຂັນ​ຮອບ​ຊະນ​ະ​ເລີດ, ຊິງ​ໄດ້​ຫຼຽນ​ລາງວັນ​ຫຼຽນ​ທຳ​ອິດ​ໃນ​ປະຫວັດ​ໂອ​ລິ​ມປິກ​ໃຫ້​ແກ່​ໂດ​ໂກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>