ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​ມື້​ທີ6

(GMT+08:00) 2008-08-14 21:46:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ວັນ​ທີ14​ສິງຫາ​ນີ້, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​ມື້​ທີ6, ທິມຈີນ​ຊິງ​ໄດ້​ຫຼຽນ​ຄຳ5ຫຼຽນ, ​ເປັນ​ທີ1​ໃນ​ການ​ລຽງ​ລຳດັບ​ຫຼຽນ​ລາງວັນ​ດ້ວຍ​ຫຼຽນ​ຄຳ22​ຫຼຽນ.

​ໃນ​ການ​ແຂ່ງຂັນ​ລອຍ​ກົບ200​ແມັດ​ເພດ​ຊາຍ​ຮອບ​ຊະນະ​ເລີດ, ທ້າວ​ໂຄ​ຊູ​ເຄ ຄີ​ທາ​ຈີ​ມາ ນັກ​ກິລາ​ຍີ່ປຸ່ນ​ຊິງ​ໄດ້​ຫຼຽນ​ຄຳ, ​ແລະ​ທຳລາຍ​ສະຖິຕິ​ງານ​ໂອ​ລິ​ມປິກ.

​ໃນ​ການ​ແຂ່ງຂັນ​ລອຍ​​​ແມງ​ກະ​ເບື້ອ200​ແມັດ​ເພດ​ຍິງ​ຮອບ​ຊະນະ​ເລີດ, ນາງ​ຫຼິວຈື​​ເກີ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ແລະ​ໄດ້​ທຳລາຍ​ສະຖິຕິ​ໂລກ. ນາງ​ຊິງ​ໄດ້​ຫຼຽນ​ຄຳ​ລອຍ​ນ້ຳ​ຫຼຽນ​ທຳ​ອິດ​ຂອງ​ທິມຈີນ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້. ນາງ​ຈ່ຽວຫຼິວຢາງ ນັກ​ກິລາ​ຈີນ​ອີກ​ຜູ້​ໜຶ່ງ​ຊິງ​ໄດ້​ຫຼຽນ​ເງິນ. ນາງ​ເຈ​ຊີ​ກາສກີ​ເປີ ນັກ​ກິລາ​ອົສຕຼາລີ ຜູ້​ຄອງ​ສະຖິຕິ​ໂລກ​ຊິງ​ໄດ້ພຽງ​ຫຼຽນ​ທອງ.

​ໃນ​ການ​ແຂ່ງຂັນ​ລອຍ​​ຂວ້ຳ4​ຄຸນ200​ແມັດ​ເພດ​ຍິງ​ຮອບ​ຊະ​ນະ​ເລີດ, ທິມອົສຕຼາຊິງ​ໄດ້​ຫຼຽນ​ຄຳ, ​ແລະ​ທຳລາຍ​ສະຖິຕິ​ໂລກ. ທິມຈີນ​ຊິງ​ໄດ້​ຫຼຽນ​ເງິນ, ທິມອາ​ເມ​ລິ​ກາ ທີ່​ເປັນ​​ແຊມ​ປຽນ​ໃນ​ງານ​ໂອ​ລິ​ມປິກ3​ຄັ້ງ​ທີ່​ຜ່ານ​ມາ​​ຊິງ​ໄດ້ພຽງ​ຫຼຽນ​ທອງ.

​ໃນ​ການ​ແຂ່ງຂັນ​ຍິງ​ປືນ​ນ້ອຍ​ຍາວ​ສາມ​ທ່າ50​ແມັດ​ເພດ​ຍິງ​ຮອບ​ຊະ​ນະ​ເລີດ, ນາງ​ຕູ້​ລີ້ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ, ນາງ​ເອມອນ​ສ ​ແຄັດເທຣີນາ ນັກ​ກິລາ​ສາທາລະນະ​ລັດເຊັກ ທີ່ຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຊິງ​ໄດ້​ຫຼຽນ​ເງິນ.

​ໃນ​ການ​ແຂ່ງ​ຂັນ​ກາຍຍະກຳ​ເກັ່ງ​ທຸກ​ປະ​ເພດ​ລາຍ​ບຸກຄົນ​ເພດ​ຊາຍຮອບ​ຊະ​ນະ​ເລີດ, ທ້າວ​ຢາງ​ເວ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ ທີ່​ເປັນ​ຫຼຽນ​ຄຳ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ລາຍການ​ແຂ່ງຂັນ​ກາຍຍະກຳ​ສ່ວນ​ບຸກຄົນ. ນີ້​ແມ່ນທ້າວ​ຢາງ​ເວ ທີ່​​ໄດ້​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ສາມ​ຄັ້ງ​ຊິງ​ໄດ້​ຫຼຽນ​ຄຳ​ໂອ​ລິ​ມປິກ​ໃນ​ລາຍການ​ແຂ່ງຂັນ​ເກັ່ງ​ທຸກ​ປະ​ເພດ​ລາຍ​ບຸກຄົນ​ເປັນ​ຄັ້ງ​ທຳ​ອິດ, ລາວ​ເປັນ​ນັກ​ກິລາກາຍຍະກຳ​ຈີນ​ທີ່​ຊິງ​ໄດ້​ແຊມ​ປຽນ​ໂອ​ລິ​ມປິກ​ໃນການ​ແຂ່ງຂັນ​ເກັ່ງ​ທຸ​ກປະ​ເພດ​ສ່ວນບຸກຄົນ​ຜູ້​ທີ​ສອງ​ຮອງຈາກ​ທ້າວ​ຫຼີສຽວ​ຊວງ.

​ໃນ​ການ​ແຂ່ງຂັນ​ຍິງ​ທະນູ​ເພດ​ຊິງ​ຮອບ​ຊະນະ​ເລີດ​ທີ່​ສິ້ນ​ສຸດ​ລົງ​ໃນ​ຕອນ​ແລງ, ນາງ​ຈ່າງ​ຈ່ວນຈ່ວນ ນັກ​ກິລາ​ຈີນ​ເອົາ​ຊະນະ​ນັກ​ກິລາ​ສາທາລະນະ​ລັດ​ເກົາຫຼີ ຊິງ​​ໄດ້​ຫຼຽນ​ຄຳ.

ນັບ​ມາ​ຮອດ​ປະຈຸ​ບັນ, ຈີນ, ອາ​ເມ​ລິ​ກາ​ແລະ​ສາທາລະນະ​ລັດ​ເກົາຫຼີ​ໄດ້​ເປັນ​ທີ1​ຫາ​3​ໃນ​ການ​ລຽງ​ລຳດັບ​ຫຼຽນ​ລາງວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>