ສະມາຊິກ​ກຸ່ມ​ທຳ​ອິດ​ຂອງຄະນະນັກກິລາລາວກັບ​ຄືນ​ປະ​ເທດ

(GMT+08:00) 2008-08-15 11:59:31 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ຕອນ​ເຊົ້າ​ວັນ​ທີ15 ສິງຫາ​ນີ້,ສະມາຊິກກຸ່ມ​ທຳ​ອິດ4ຄົນ​ຂອງ​ຄະນະ​ນັກ​ກິລາລາວ​ທີ່​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ໄດ້ກັບ​ຄືນ​ລາວ,ສະມາຊິກ​ທີ່​ກັບ​ຄືນ​ປະ​ເທດ​ເທື່ອ​ນີ້​ລວມທັງ​ຫົວໜ້າ​ຄະນະ​ນັກ​ກິລາ,ທ້າວ​ເທບ​ພິທັກ ຈິນດາ​ວົງ ນັກ​ກິລາ​ທີ່​ສິ້ນ​ສຸດ​ການ​ແຂ່ງຂັນ​ລອຍ​ຂວ້ຳ50​ແມັດແລະ​ພະນັກງານ​ອີກ2ຄົນ.​

ໃນ​ເວລາ​ໃຫ້​ສຳພາດ​ຢູ່​ສະໜາມ​ບິນ​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຊົມ​ພູ ພົງສາ ຫົວ​ນ້າຄະນະ​ຜູ່​ແທນ​ລາວ​ໄດ້​ຕີ​ລາຄາ​ວຽກ​ງານ​ຕ່າງໆ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ລະດັບ​ສູງ,ທ່ານ​ເຫັນ​ວ່າ​ງານ​ໂລ​ອິມປິກ​ປັກ​ກິ່ງ​ແມ່ນ​ງານ​ໂອ​ລິ​ມປິກທີ່​ມີ​ຄຸນ​ນະພາບດີທີ່​ສຸດທີ່​ທ່ານ​ເຄີຍ​ເຂົ້າ​ຮ່ວມ.ທ່ານ​ກ່າວ​ວ່າ,

"ຄະນະນັກກິລາ​ລາວ​ທີ່​ມາເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ເທື່ອ​ນີ້​ມີ​ສະມາຊິກ10ຄົນ,ນັກ​ກິລາ​ອື່ນໆ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລ່ນ​ແລະ​ລານ,​ແລະລອຍ​ນ້ຳ​ໃນ2ມື້ຕໍ່ໜ້າ,​ແລະຈະ​ກັບ​ຄືນປະ​ເທດ​ລາວ​ໃນ​ວັນ​ທີ18 ສິງຫາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>