ຈີນ​ຈະ​ໄດ້​ຫຼຽນ​ຄຳ​ດອກ​ປີ​ໄກ່​ຕີ​ດ່ຽວ​ເພດ​ຍິງ​ຢ່າງ​ແນ່​ນອນ

(GMT+08:00) 2008-08-15 13:39:24 cri
-----------------------------------------------------------------------------------------------------------------

ນາງຈ່າງນິງໄດ້ຊະນະໃນການແຂ່ງຂັນຮອບຮອງຊະນະເລີດ

ຕາມ​ຂ່າວCRI,​ໃນ​ການ​ແຂ່ງຂັນ​ຮອບ​ຮອງ​ຊະນະ​ເລີດ​ຕີ​ດອກ​ປີກ​ໄກ່ຍິງ​ດ່ຽວ​ຂອງ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ນັ້ນ,ນາງ​ຈ່າງ​ນິງ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະ​ນະ​ນາງ​ຢູລຽນຕີ ມາເຣຍອາ ຄຼິ​ສະ​ຕິນ ນັກ​ກິ​ລາ​ອິນ​ໂດ​ເນ​ເຊຍ​ແລ້ວ​ເຂົ້າສູ່​ຮອບ​ຊິງ​ຊະ​ນະ​ເລີດ.​ເນື່ອງ​ຈາກ​ວ່າ​ກ່ອນ​ໜ້າ​ນີ້,ນາງ​ເຊ້​ຊິ້ງ​ຟາງ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະນະ​ໝູ່​ຮ່ວມ​ທິມ​ຂອງ​ຕົນ​ແລ້ວ​ເຂົ້າສູ່​ຮອບ​ຊິງ​ຊະນະ​ເລີດຄືກັນ,ສະ​ນັ້ນ,ຈີນ​ຈະ​ໄດ້​ຫຼຽນ​ຄຳ​ຕີດອກ​ປີກ​​ໄກ່​ຍິງດ່ຽວ​ຢ່າງແນ່​ນອນ.

ນາງເຊ້ຊິ້ງຟາງໄດ້ຊະນະໃນການແຂ່ງຂັນຮອບຮອງຊະນະເລີດ

ນາງເຊ້ຊິ້ງຟາງໄດ້ຮັບໄຊຊະນະແລ້ວຈັບມືກັບຄູ່ແຂ່ງທີ່ເປັນໝູ່ຮ່ວມທິມດຽວກັນ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>