ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງມີ​ເຫດການ​ໃຊ້​ສານກະ​ຕຸ້ນ​ອີກ​ສອງ​ລາຍ

(GMT+08:00) 2008-08-15 15:22:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ15​ສິງຫາ​ນີ້,ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ປະກາດ​ວ່າ,​ໃນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ມີເຫດການ​ໃຊ້​ສານ​ກະ​ຕຸ້ນ​ອີກສອງ​ລາຍ​,ຄື​ທ້າວຄິມຈົງ​ຊູ ນັກ​ກິລາຍິງ​ປືນຂອງສປປ​ເກົາຫຼີ​ແລະ​ນາງ​​ໂດ​ທີ​ງັນ ນັກ​ກິລາກາຍຍະກຳ​ຫວຽດນາມ.

ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ນາງ​ກິ​ສ​ເລ ​​ເດ​ວິສ ​ໂຄສົກ​ຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ປະກາດ​ວ່າ,ສິດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂອງ​ນັກ​ກິລາ​ສອງ​ຄົນ​ດັ່ງກ່າວ​ຖືກ​ຍົກ​ເລີກ​ແລະບໍ່​ໃຫ້​ເຂົ້າ​ຮ່ວມງານ​ກິລາ​ໂອລິ​ມປິກ.

ນາງ​ເດ​ວິສກ່າວ​ວ່າ,​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ ​ຍິງ​ປືນ​ພົກ​ລົມ​ 10​ແມັດ​ເພດ​ຊາຍ​ໃນ​ວັນ​ທີ9​ສິງຫາ​ນີ້,ທ້າວ​ກິມຈົງ​ຊູ ​ໄດ້​ຫຼຽນ​ທອງ,​ແລະ​​ໄດ້​ຫຼຽນ​ເງິນ​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ​ຍິງ​ປືນ​ພົກ50​ແມັດ​ໃນ​ວັນ​ທີ12​ສິງຫາ​ນີ້.ຫຼຽນ​ຂອງ​ລາວ​ຖືກ​ຍຶດຄືນໝົດ.ສະມາຄົມ​ຍິງ​ປືນ​ສາກົນ​ຕັດສິນ​ວ່າ,"ທ້າວ​ຈອນ​ຊັນ​ເທີ​ເນີ ນັກ​ກິລາ​ອາ​ເມ​ລິ​ກາ​ເປັນ​ຜູ່​ໄດ້​ຫຼຽນ​ທອງ​ ​ຍິງ​ປືນ​ພົກ​ລົມ10​​ແມັດ​ເພດ​ຊາຍ​​ແທນ​ຜູ່​ຖືກ​ຍຶດຫຼຽນ.ສ່ວນ​ຫຼຽນ​ເງິນ​ ​ຍິງ​ປືນ​ພົກ50​ແມັດ​ເພດ​ຊາຍ​ຈະ​ມອບ​ໃຫ້​ທ້າວ​ຖານ​ຈົ່ງ​ລ້ຽງ ນັກ​ກິລາ​ຈີນ,ທ້າວ​ວຼາດີ​ເມຍ ອິຊາ​ຄົຟ ​ນັກ​ກິລາຣັດ​ເຊຍ​ໄດ້​ຮັບ​ຫຼຽນ​ທອງ.

ນາງ​​​ເດ​ວິ​ສ​ຍັງ​ປະກາດ​ວ່າ,ນາງ​​ໂດ​ທີ​ງັນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ10​ສິງຫານີ້,ສິດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລະ​ຜົນງານ​ຂອງ​ນາງ​ລ້ວ​ນ​ແຕ່​ຖືກ​ຍົກ​ເລີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>