ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຍ້ອງຍໍ​ວຽກ​ງານ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໄດ້​ດີ​ຫຼາຍ

(GMT+08:00) 2008-08-15 18:18:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ວັນ​ທີ15​ສິງຫາ​ນີ້, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​ມື້​ທີ7​ແລ້ວ, ​ໄດ້​ສຳ​ເລັດ​ວາລະ​ການ​ແຂ່ງຂັນ​ເກືອບ​ເຄິ່ງໜຶ່ງ​ແລ້ວ. ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ສະ​ແດງ​ຄວາມ​ພໍ​ໃຈ​ທີ່​ສຸດ​ຕໍ່​ວຽກ​ງານ​ຈັດຕັ້ງແລະ​ການ​ປະຕິບັດ​ງານ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.
ວັນ​ທີ15​ສິງຫາ​ນີ້, ຢູ່​ປັກ​ກິ່ງ, ນາງ​ກີ​ເຊີ​ເລ ​ເດ​ວິສ ​ໂຄສົກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ເຫັນ​ວ່າ​ວຽກ​ງານ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ເຮັດ​ໄດ້​ດີ​ຫຼາຍ, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ບໍ່​ມີ​ຄຳ​ຕິຕຽນ​ຫຍັງ.

ທ່ານ​ວາງ​ເວ ຮອງ​ປະທານ​ບໍລິຫານ​ງານ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກໃນ​ດ້ານ​ກວ​ມລວມ, ​ໃນ​ກອງ​ປະຊຸມ​ປະສານ​ງານ​​ເປັນ​ປະຈຳ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15​ສິງຫາ​ນີ້, ທ່ານ​ຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ເວົ້າ​ວ່າ, ກອງ​ປະຊຸມ​ປະສານ​ງານ​ໃນ​ຫຼາຍ​ມື້​ຂ້າງ​ໜ້ານີ້​ບໍ່​ຕ້ອງ​ໄຂ​ຂຶ້ນອີກ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>