ຕອນ​ຄ່ຳ​ມື້​ຈັດ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​, ອັດ​ຕາ​ມື​ຖື​ຕໍ່​ເຂົ້າ​ເຄືອຍ​ຂ່າຍ​ຢູ່​ສະ​ໜາມ​ກິ​ລາ​ຮັງ​ນົກ​ແລະ​ເຂດ​ອ້ອມ​ແອ້ມ​ບັນ​ລຸ 100%

(GMT+08:00) 2008-08-15 19:17:58 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວ CRI: ວັນ​ທີ 15 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວາງ​ຈ້ຽນ​​ໂຈ້ ປະທານ​ບໍລິສັດ​ກຸ່ມ​ໂທລະ​ຄົມ​ໂມ​ບາຍຈີນ​ ເຊິ່ງ​ເປັນຄູ່ຮ່ວມ​ມື​ດ້ານໂທລະ​ຄົມ​ໂມ​ບາຍ​ພຽງ​ບໍລິສັດດຽວ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ​ໃນຕອນ​ຄ່ຳ​ມື້​ຈັດ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​, ຕາໜ່າງ​ຂອງ​ບໍລິສັດ​ດັ່ງກ່າວ​ໄດ້ຮັບ​ມື​ກັບ​ການ​ທ້າ​ທາຍ​ທີ່​​ຄົນ​ໂທລະສັບ​ຫຼວງຫຼາຍ, ອັດຕາມື​ຖື​ຕໍ່​​ເຂົ້າ​ເຄືອ​ຍຂ່າຍຢູ່​ສະໜາມ​ກິລາ​ຮັງ​ນົກ​​ແລະ​ເຂດ​ອ້ອມ​ແອ້ມ​ບັນລຸ 100% ​ໃນ​ຂັ້ນ​ພື້ນຖານ.

ຂ່າວ​ແຈ້ງວ່າ, ​ຕອນ​ຄ່ຳ​ມື້​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ຈຳນວນ​ມື​ຖື​ທີ່​ໃຊ້​ຕາ​ໜ່າງ​ບໍລິສັດ​ໂທລະ​ຄົມ​ໂມ​ບາຍ​ຈີນຢູ່​ສະໜາມ​ກິລາ​ຮັງ​ນົກ​ແລະ​ເຂ​ດອ້ອມ​ແອ້ມ​ມີ 2 ​ແສນ 6 ໝື່ນ​ເຄື່ອງ, ໄລຍະ​ທີ່​ມີ​ໂທ​ລະ​ສັບ​ໂທ​ເຂົ້າຫຼາຍ​ທີ່​ສຸດລື່ນ​ກາຍ 1 ​ແສນ 1 ໝື່ນ​ເທື່ອ​​ຕໍ່​ຊົ່ວ​ໂມງ, ເກືອບ 2 ​ເທົ່າ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ແລ້ວ​ນີ້, ​ໄດ້​ສ້າງ​ສະຖິຕິ​​ໃນ​ປະຫວັດ​ສາດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>