ວັນ​ທີ15​ສິງຫາ ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​ມື້​ທີ7

(GMT+08:00) 2008-08-15 20:42:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ວັນ​ທີ15​ສິງຫາ​ນີ້, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​ມື້​ທີ7​ແລ້ວ, ຈີນ​ໄດ້​ເປັນ​ອັນ​ດັບ​ໜຶ່ງໃນການ​ລຽງລຳ​ດັບຫຼຽນ​ລາງວັນ..

​ໃນ​ການ​ແຂ່ງຂັນ​ລອຍ​ກົບ​200​ແມັດ​ເພດ​ຍິງຮອບ​ຊິງຊະນະ​ເລີດ, ນາງ​ໂຊ​ນີ ຣີ​ເບ​ກາ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ2​ນາທີ20​ວິນາທີ22, ​ແລະ​ທຳລາຍ​ສະຖິຕິ​ໂລກ.

​ໃນ​ການ​ແຂ່ງຂັນ​ລອຍ​ຫງາຍ200​ແມັດ​ເພດ​ຊາຍຮອບ​ຊິງຊະນະ​ເລີດ, ທ້າວ​ລົກ​ເຕ ຣຽນ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ​ແລະ​ທຳລາຍ​ສະຖິຕິ​ໂລກດ້ວຍ1​ນາທີ53​ວິນາທີ94.

​ໃນ​ການ​ແຂ່ງຂັນ​ລອຍ​ປະສົມ200​ແມັດ​ເພດ​ຊາຍ​ຮອບຊິງ​ຊະນະ​ເລີດ, ທ້າວ​ຟິວພຸສ ມາຍ​ເຄິນ ນັກ​ກິລາ​ຊື່​ດັງ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ1​ນາທີ54​ວິນາທີ23​ແລະ​ທຳລາຍ​ສະຖິຕິ​ໂລກ. ປະຈຸ​ບັນ, ທ້າວ​ຟິວພຸ​ສຊິງ​ໄດ້​ຫຼຽນ​ຄຳ6​ຫຼຽນ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ທຳລາຍ​ສະຖິຕິ​ໂລກ6​ເທື່ອ.

ນອກ​ນີ້, ​ໃນ​ການ​​ແຂ່ງຂັນ​ຍົກ​ນ້ຳໜັກ​ລຸ້ນ75ກິ​ໂລ​ເພດ​ຍິງ, ນາງ​ສາວ​ເລ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ແລະ​ທຳລາຍ​ສະຖິຕິ​ງານ​ໂອ​ລິ​ມປິກ. ​ໃນການ​ແຂ່ງຂັນ​ລອຍ​ເສລີ100​ແມັດ​ເພດ​ຍິງ​ຮອບຊິງ​ຊະນະ​ເລີດ, ນາງສ​ເຕຟິນ ບຼີຕາ ນັກ​ກິລາ​ເຢຍລະ​ມັນ​ຊິງ​ໄດ້​ຫຼຽນ​ຄຳ. ​ໃນ​ການ​ແຂ່ງຂັນ​ນອນ​ຂວ້ຳ​ຍິງ​ປືນ​ນ້ອຍ​ຍາວ50​ແມັດ​ເພດ​ຊາຍຮອບ​ຊິງຊະນະ​ເລີດ, ທ້າວ​ໄອ​ວາ​ຊຽນ ອາ​ທູ ນັກ​ກິລາ​ອູ​ແກຼນຊິງ​ໄດ້​ຫຼຽນ​ຄຳ. ​ໃນ​ການ​ແຂ່ງຂັນ​ກາຍ​ຍະ​ກຳ​ເກັ່ງ​ທຸກ​ປະ​ເພດ​ສ່ວນ​ບຸກຄົນ, ນາງ​ລິວ​ຄິນ ນາສ​ເທຍ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>