ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ຈາກ​ຄະນະ​ກຳ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນ​ແລະ​ນັກ​ກິລາ​ປະ​ເທດ​ຕ່າງໆ

(GMT+08:00) 2008-08-15 21:05:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ, ​ໃນ​ງານ​ຖະ​ແຫຼ​ງຂ່າວ​ແຈ້ງ​ສະພາບ​​ຂອງ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ແຕ່​ໄຂ​ງານ​​ໂອ​ລິ​ມປິກ​ມາ​ນີ້​ທີ່​ຈັດ​ຂຶ້ນ​ຢູ່​ສູນbimcປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ15​ສິງຫາ​ນີ້, ນາງ​ເຕິ້ງ​ຢ້າຜິ​ງ ຮອງ​ນາຍບ້ານ​ໂອ​ລິ​ມປິກ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ ​ໂຄສົກ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ສ້າງ​ສະຖິຕິ4​ຢ່າງ​​ໃນ​ປະຫວັດສາດ.

ໜຶ່ງ, ຈຳນວນ​ຜູ້​ກິນ​ເຂົ້າ​​ໃນ​ຫ້ອງ​ອາຫານ​ນັກ​ກິລາ​ໃນ​ແຕ່​ລະ​ມື້ໄດ້​ສ້າງ​ສະຖິຕິ​ໃນ​ງານ​ໂອ​ລິ​ມປິກ. ຕາມ​ສະຖິຕິ, ນັບ​ແຕ່​10​ໂມ​ງຫາ19​ໂມງ​ຂອງ​ມື້​ໄຂ​ງານ​ໂອ​ລິ​ມປິກ​ໃນ​ວັນ​ທີ8​ສິງຫາ​ນີ້, ຜູ້​ທີ່​ໄປ​ກິນ​ເຂົ້າ​ຢູ່​​ຫ້ອງ​ອາຫານ​ນັກ​ກິລາ​ໄດ້​ບັນລຸ1​ໝື່ນ8ພັນ634​ເທື່ອ​ຄົນ, ​ໄດ້​ລື່ນ​ກາຍ9ພັນ876​ເທື່ອ​ຄົນ​ຂອງ​ງານ​ໂອ​ລິ​ມປິກ​ຊິດ​ນີ​ແລະ1​ໝື່ນ515​ເທື່ອ​ຄົນ​ຂອງ​ງານ​ໂອ​ລິ​ມປິກ​ອາ​ແຕນ.

ສອງ, ​​ໄດ້​ຕ້ອນຮັບປະມຸກ​ລັດປະ​ເທດ​ຕ່າງໆ​​ແລະ​ແຂກ​ຜູ້​ມີ​ກຽດ​ສາກົນ​ຫຼາຍ​ທີ່​ສຸດ. ນັບ​ມາ​ຮອດ​ວັນ​ທີ14​ສິງຫາ​ນີ້, ບ້ານ​ໂອ​ລິ​ມປິກ​​ໄດ້​ຕ້ອນຮັບ​ປະມຸກ​ລັດ, ພະ​ບໍລົມ​ມະ​ວົງສາ​ນຸວົງ​ແລະ​ແຂກ​ຜູ້​ມີ​ກຽດ​ສາກົນ​ລວມ62ຄົນ.

ສາມ, ​ໄດ້​ເປັນ​ບ້ານ​ໂອ​ລິ​ມປິກ​ທີ່​ມີ​ຕົ້ນ​ໄມ້​ໃບ​ຫຍ້າສີຂຽວ​ຫຼາຍ​ກວ່າ​ໝູ່​ໃນ​ປະຫວັດສາດ. ວັນ​ທີ13​ສິງຫາ​ນີ້, ທ່ານ​ແຮນ​ລີ ​ໂພ​ຊັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ມອບ​ຫຼຽນ​ຄຳ​ຫຼຽນ​ໜຶ່ງ​ໃຫ້​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ ຄື​ຫຼຽນ​ຄຳ​ນຳ​ໜ້າ​ການ​ອອກ​ແບບ​ໃນ​ດ້ານ​ພະລັງງານ​ແລະ​ສິ່ງ​ແວດ​ລ້ອມ.

​ສີ່, ພິທີ​ຕ້ອນຮັບ​ແມ່ນ​ມ່ວນ​ກວ່າ​ໝູ່. ​​ໃນ​ເວລາ13​ມື້, ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ພິທີ​ຕ້ອນຮັບ​ເຂົ້າ​ບ້ານ​62​ເທື່ອ​​ໃຫ້​ແກ່​ຄະນະ​ຜູ້​ແທນ​ຂອງ204​ປະ​ເທດ​​ແລະ​ເຂດ​ແຄວ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>