ທ້າວ​ຊິ​ເອ​ໂລ ນັກ​ກິລາລອຍ​ນ້ຳ​ເບຼຊີ​ນຊິງ​ໄດ້​ຫຼຽນ​ຄຳຫຼຽນທຳ​ອິດ​ຂອງ​ຄະນະ​ກິລາ​ເບຼຊີ​ນ​ໃນ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້

(GMT+08:00) 2008-08-16 13:56:02 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 16 ສີ​ງຫາ​ນີ້, ​ໃນ​ການ​ແຂ່ງຂັນ​ລອຍ​ເສ​ລີ 50 ​ແມັດ​ເພດ​ຊາຍ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ທ້າວຊິ​ເອ​ໂລ ​ເຟິວ​ໂຮ ​ຊີ​ຊາ ນັກ​ກິລາ​ເບຼຊີ​ນ​ຊິງ​ໄດ້​ຫຼຽນ​ຄຳ​ໂດຍ​ເອົາ​ຊະນະ​ນັກ​ກິລາ​ທີ່​ມີ​ຊື່ສ​ຽງຫຼາຍ​ຄົນ, ​ແລະ​ໄດ້​ມ້າງ​ສະຖິຕິ​ຂອງງານ​ໂອ​ລິ​ມປິກ. ນີ້​ແມ່ນ​ຫຼຽນ​ຄຳຫຼຽນທຳ​ອິດ​ຂອງ​ຄະນະນັກ​ກິລາ​ເບຼຊີ​ນ​ໃນ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້, ​ແລະກໍ​ແມ່ນ​ຫຼຽນ​ຄຳ​ລອຍ​ນ້ຳຫຼຽນທຳ​ອິດ​ຂອງ​ເບຼຊີ​ນ​ໃນປະຫວັດງານ​ໂອ​ລິ​ມ​ປິກທັງ​ໝົດ.

ທ້າວ​ເລ​ເວ​ໂອ ອາ​ໂມຣີ ນັກ​ກິລາ​ຝລັ່ງຊິງ​ໄດ້​ຫຼຽນ​ເງິນ​ຂອງ​ການ​ແຂ່ງຂັນ​ດັ່ງກ່າວ, ທ້າວເບີ​ນາດ ອາ​ເລນ ນັກ​ກິລາ​ອີກ​ຜູ້​ໜຶ່ງ​ຂອງຝລັ່ງ​ໄດ້​ຫຼຽນ​ທອງ. ທ້າວ​ຊູລິ​ວັນ ​ເອມອນ ນັກ​ກິລາ​ອົສຕຼາລີ ຜູ້ຄອງ​ສະຖິຕິ​ໂລກ​ປະຈຸ​ບັນໄດ້​ທີ 6.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>