ທ່ານ​ຈາ​ເວສ​ຍ້ອງຍໍ​ວ່າ​ວຽກ​ງານ​ການຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ພົ້ນ​ເດັ່ນ​ທີ່​ສຸດ

(GMT+08:00) 2008-08-16 15:46:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ15​ສິງຫາ​ນີ້,ຢູ່​ອາຊັນ​ຊີ​ອົງ ນະຄອນຫຼວງ ຂອງປາ​ລາກ​ວາຍ,ທ່ານ​ຮູ​ໂກ ຈາ​ເວັສ ປະທານາທິບໍດີ​ເວ​ເນ​ຊູ​ເອ​ລາ​ຍ້ອງຍໍ​ວ່າ​ວຽກ​ງານ​ການຈັດ​ຕັ້ງ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງດີ​ເດັ່ນ​ທີ່​ສຸດ,​ແລະ​ກ່າວ​ວ່າ​ທ່ານ​ເອງ​ໄດ້​ຊົມ​ສະພາບ​ການ​ແຂ່ງຂັນ​ງານ​ໂອ​ລິມ​ປິກ​ໝົດ​ຄືນ​ເລື້ອຍໆ.

ທ່ານ​ຈາ​ເວັສ ພວມ​ເຂົ້າ​ຮ່ວມພິທີ​ຂຶ້ນ​ຮັບ​ຕຳ​ແໜ່​ງຂອງ​ທ່ານ​ເຟນັນ​ໂດ​ລູ​ໂກ ປະທານາທິບໍ​ດີ​ຜູ່​ໃໝ່​ຂອງ​ປາ​ລາກ​ວາຍຢູ່​ອາ​ຊັນ​ຊີ​ອົງ,​ໃນ​ງານ​ຖະ​ແຫຼ​ງຂ່າວທ່ານ​ຈາ​ເວັສກ່າວ​ວ່າ,ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​ເຫັນ​ປະ​ເທດ​ຈີນ​ທີ່​ຕ່າງ​ກັນ​ໝົດ​ກັບ50​ປີກວ່າ​ປີກ່ອນ,​ ​ພວມ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ອັນ​ໃຫຍ່​ຫຼວງ​ໃນ​ສະ​ຕະ​ວັດ​ທີ21.​ທ່ານ​ກ່າວວ່າ,ນີ້​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ດີ​ທີ່​ສຸດ​ເທື່ອ​ໜຶ່ງ​ໃນ​ປະ​ຫວັດ​ສາດ,ກຽດ​ສັກ​ສີເປັນ​ຂອງ​ຈີ​ນ​ແລະ​ປະຊາຊົ​ນຈີນ.

ທ່ານ​ຈາ​ເວັສຍັງ​ກ່າວ​ວ່າ,​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງໃຫ້​ເຫັນຄວາມ​ສາມາດ​​ໃນການຈັດ​ຕັ້ງ​ທີ່​ດີ​ເດັ່ນ,​ແລະ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ​ຈີນ​ໄດ້​ຮັບ​ຄວາມ​ກ້າວໜ້າ​ໃນ​ດ້ານ​ການ​ແຂ່ງ​ຂັນ​ກິ​ລາ.​ທ່ານ​ເຊື່ອ​ວ່າ​ນັກ​ກິລາ​ເວ​ເນ​ຊູ​ແອ​ລາ​ຈະ​ໄດ້​ຮັບ​ຜົນງານ​ທີ່​ດີ​ໃນ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>