ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ປີ​ໜ້າ, ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ

(GMT+08:00) 2008-08-16 18:11:00 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 15 ສິງຫາ​ນີ້, ​ໃນ​ເວລາອ່ານ​ບົດ​ລາຍ​ງານ​ປະຈຳ​ປີ​ຕໍ່​ລັດຖະ​ສະພາ, ທ່ານຊູຊີ​ໂລ ປະທາ​ນາທິ​ບໍດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ປີໜ້າ, ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ມີ​ຫວັງ​ຈະສືບ​ຕໍ່ຮັກສາ​ທ່ວງທ່າ​ເຕີບ​ໂຕ, ອັດຕາ​ເຕີບ​ໂຕ​ອາດ​ຈະ​ບັນລຸ 6,2%.

ໃນ​ບົດ​ລາ​ຍງານທີ່​ປະກາດ​ກ່ອນ​ວັນ​ເອກະລາດ​ວັນ​ທີ 17 ສິງຫາ​ນີ້, ທ່ານ​ຊູຊີ​ໂລ​ກ່າວ​ວ່າ, ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ປີ 2007 ​ໄດ້​ເພີ່ມ​ຂຶ້ນ​ຈາກ 5,7% ​ໃນ​ປີ 2005 ມາ​​ເປັນ 6,4%. ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໄດ້​ຮັກສາ​ອັດຕາ​ເຕີບ​ໂຕ 6,4%.

ທ່ານ​ກ່າວ​ວ່າ, ຍ້ອນ​ເສ​ດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ, ລະດັບ​ບໍລິ​ໂພກຂອງ​ປະຊາຊົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ນອກ​ນີ້, ຍ້ອນ​ລັດຖະບານ​ໄດ້ວາງ​ແຜນການ​ບຳບັດ​ຄວາມທຸກ​ຍາກ, ຄ້ຳ​ຊູການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ກາງ​ແລະ​ນ້ອຍ, ອັດຕາ​ທຸກ​ຍາກ​ຂອງ​ປະ​ຊາ​ກອນ​ອິນ​ໂດ​ເນ​ເຊຍ​ໄດ້ຫຼຸດຈາກ 17,7%​ ​ໃນ​ປີ 2006 ລົງ​ມາ​ເປັນ 15,4% ​ໃນ​ເດືອນ​ມີນາ​ປີ 2008.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>