ມະ​ເລ​ເຊຍ​ຄອງ​ຄອຍ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-08-16 18:35:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 16 ສິງຫາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານໂຮ​ໂຄ​ເຊ ຫົວໜ້າ​ຄະນະ​ນັກ​ກິລາ​ມາ​ເລ​ເຊຍ​ກ່າວ​ວ່າ, ຄອງ​ຄອຍ​ທ້າວ​ຫຼີ​ຊົງ​ເວີຍ ນັກ​ກິລາ​ຕີ​ດອກ​ປີກ​ໄກ່​ມະເລ​ເຊຍຊິງ​ໄດ້​ຫຼຽນ​ຄຳ​ຫຼຽນທຳ​ອິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ມະ​ເລ​ເຊຍ​ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່​​ຕີ​ດ່ຽວ​ເພດ​ຊາຍຮອບ​ຊິງ​ຊະນະ​ເລີດ​ໃນ​ວັນ​ທີ 17 ສິງຫາ​ນີ້.

ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່ຕີດ່ຽວ​ເພດ​ຊາຍ​ຮອບຮອງ​ຊະນະ​ເລີດທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ສິງຫາ​ນີ້, ທ້າວ​ຫຼີຊົງ​ເວີຍ ນັກ​ກິລາ​ຕີ​ດ່ຽວ​ມື​ໜຶ່ງ​ຂອງ​ມະ​ເລ​ເຊຍ​ເອົາ​ຊະນະ​ທ້າວ​ຫຼີຮຸນ​ອີ ນັກ​ກິລາສ.ປ.ປ​ເກົາຫຼີ, ​ໄດ້​ສິດ​ເຂົ້າ​ການ​ແຂ່​ງຂັນ​ຮອບ​ຊິງ​ຊະນະ​ເລີດ. ລາວ​ຈະ​ແຂ່ງ​ກັບ​ທ້າວ​ລິນ​ດັ່ນ ນັກ​ກິລາ​ຈີນ ຊິງ​ຫຼຽນຄຳ​ຂອງ​ລາຍການ​ນີ້.

ກ່ອນ​ໜ້າ​ນີ້, ມາ​ເລ​ເຊຍ​ໄດ້​ຫຼຽນ​ເງິນ​ຫຼຽນ​ໜຶ່ງ​ແລະ​ຫຼຽນ​ທອງ 2 ຫຼຽນ​ໃນ​ງານ​ກິລາ​ໂອ​ລິ​ມປິກ, ລ້ວນ​ແຕ່​ມາ​ຈາກ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່.

ທ່ານ​​ໂຮ​ໂຄ​ເຊ ຍັງ​ໄດ້​ຍ້ອງຍໍ​ວຽກ​ງານ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ລະດັບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>