ໝາກ​ໄມ້​ໄທ​ເຂົ້າ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-16 18:39:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 16 ສິງຫາ​ນີ້, ກະຊວງ​ກະສິກຳ​ໄທ​ຈັດ​ກິດຈະກຳ​ "ມອບ​ໝາກ​ໄມ້ໃຫ້ງານ​ກິລາ​ໂອ​ລິ​ມປິກ​ປີ 2008" ຢູ່​ປັກ​ກິ່ງ, ​ໄດ້ມອບໝາກ​ໄມ້ 20 ​ໂຕນ​ແລະ​ດອກ​ເອື້ອງ​ໃຫ້​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຂ່າວ​ແຈ້ງວ່າ, ​ເພື່ອ​ສະໜັບ​ສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ໄທ, ລັດຖະບານ​ໄທ​ໄດ້​ກຽມໝາກ​ໄມ້​ຄຸນ​ນະພາ​ບດີ​ປະ​ເພດ​ຕ່າງໆ​ແລະ​ດອກ​ເອື້ອງ​ໄທ​ມອບ​ໃຫ້​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເພື່ອຮັບ​​ຕ້ອນນັກ​ກິລາ​ແລະ​​ແຂກ​ມີ​ກຽດ​ທີ່​ມາ​ປັກ​ກິ່ງ​​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ. ບຸກຄົນ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ກິດຈະກຳ​ມອບໝາກ​ໄມ້​ເທື່ອ​ນີ້, ​​ໄດ້ສະ​ແດງ​ໝາກ​ໄມ້, ດອກ​ເອື້ອງ​ແລະ​ຜະລິດ​ຕະພັນກະສິກຳ​ຄຸນ​ນະພາບດີຂອງ​ໄທຕໍ່​ທົ່ວ​ໂລກ, ​ໄດ້​ສ້າງ​ໂອກາດ​ທີ່​ດີ​ໃຫ້​ໄທ​ເພື່ອ​ເປີດ​ຕະຫຼາດຈີນ​ແລະ​ຕະຫຼາດຂອງ​ປະ​ເທດ​ແລະ​ເຂດ​ແຄ້ວ​ນອື່ນໆ​ທີ່​ມາ​ເຂົ້າ​ຮ່ວມງານ​ກິລາ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>