ສະມາຊິກ​ຄ້າຍ​ຊາວ​ໜຸ່ມ​ໂອ​ລິ​ມປິກ​ຮ່ວມ​ກັນ​ປູກ​ໄມ້​ມິດ​ຕະ​ພາບ​ຢູ່​ຕີນ​ກຳ​ແພງ​ຍັກ

(GMT+08:00) 2008-08-16 18:47:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 15 ສິງຫາ​ນີ້, ສະມາຊິກ​ຄ້າຍ​ຊາວ​ໜຸ່ມ​ໂອ​ລິ​ມປິກ​ປັກ​ກິ່ງ​ໄປ​ຮອດ​ກຳ​ແພງ​ຍັກ, ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ມິດຕະພາບ​ຊາວ​ໜຸ່ມ​ໂລກ​ທີ່​​ເປັນ​ສັນຍະລັກ​​ໃຫ້​ແກ່​ການ​ເຕົ້າ​ໂຮມ​ກັນຢ່າງມ່ວນ​ຊື່ນ ຄວາມສາມັກ​ຄີ, ຄວາມປອງ​ດອງ​ກັນ, ​ແລະການ​ປະດິດ​ສ້າງ​ຂອງຊາວ​ໜຸ່ມ​ 5 ທະ​ວີ​ບ​ໃຫຍ່.

ທ່ານ​ໂທ​ມັສ ສິ​ໂຊ​ເລ ຫົວໜ້າ​ພະ​ແນ​ກຮ່ວມ​ມື​ສາກົນແລະ​ການ​ພັດທະນາຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ເປີດ​ຜ້າ​ປົກ​ປ້າຍ​ຫີນ​ທີ່​ມີ​ຕົວ​ໜັງສື​ວ່າ"ຊາວ​ໜຸ່ມ​ປະດິດ​ສ້າງ​ອະນາຄົດ". ຕໍ່​ມາ, ສະມາຊິກ​ທັງຫຼາຍ​ໄດ້​ປິນ​ຂຶ້ນ​ກຳ​ແພງ​ຍັກ, ​ເພື່ອ​ສຳ​ຜັດ​ກັບ​ປະ​ຫວັດ​ສາດ​ອັນ​ຍານ​ນານ​ແລະ​ວັດທະນະທຳ​ອັນ​ຮຸ່ງ​​ເຮືອງ​ຂອງ​ປະຊາ​ຊາດ​ຈີນ.

ຄ້າຍ​ຊາວ​ໜຸ່ມ​ປັກ​ກິ່ງ​ຈັດ​ຂຶ້ນ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 17 ສິງຫາ, ຊາວ​ໜຸ່ມ 481 ຄົນ​ເຊິ່ງລວມທັງ​ຄົນ​ພິການ 10 ຄົນ ທີ່​ມາ​ຈາກ 5 ທະວີບ​ໃຫຍ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ, ພ້ອມ​ກັນ​ສຳ​ຜັດ​ກັບ​ໂອ​ລິ​ມປິກ, ສຳ​ຜັດ​ຈີນ, ​ແລະ​ແລກປ່ຽນ​​ເຊິ່ງກັນ​ແລະກັນ.


ສະມາຊິກ​ຄ້າຍຊາວ​ໜຸ່ມຖ່າຍຮູບ​ຮ່ວມ​ກັນ​ຢູ່​ໜ້າ​ປ້າຍ​ຫີນ​ປ່າ​ໄມ້​ມິດຕະພາບ


ສະມາຊິກ​ມັດຜ້າ​ປາຖະໜາ​ຂອງ​ຕົນ​ໃສ່​ກົກ​ໄມ້​ທີ່​ຕົນ​ປູກ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>