ການ​ແຂ່ງຂັນ​ໂອ​ລິມ​ປິກ​ເຂົ້າ​ສູ່​ມື້​ທີ 8, ຫຼຽນ​ຄຳ 22 ຫຼຽນ​ມີ​ເຈົ້າ​ຂອງ​ແລ້ວ

(GMT+08:00) 2008-08-16 20:02:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 16 ສິງຫາ​ນີ້, ການ​ແຂ່ງ​ຂັນ​ໂອ​ລິ​ມປິກ​ໄດ້​ເຂົ້າສູ່​ມື້​ທີ 8, ຈະ​ຊິງ​​ເອົາຫຼຽນຄຳ 29 ຫຼຽນ, ນີ້​ແມ່ນ​ມື້​ທີ່​ມີຫຼຽນຄຳຫຼາຍກວ່າ​ໝູ່​ມື້​ທຳ​ອິດ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ. ນັບ​ມາ​ຮອດ 21 ​ໂມງ ຕາມເວລາ​ປັກ​ກິ່ງ, ຫຼຽນຄຳ 22 ຫຼຽນ​ໄດ້​ມີ​ເຈົ້າຂອງ​ແລ້ວ.


ໃນ​ການ​ແຂ່ງຂັນ​ລອຍ​ຫງາຍ 200 ​ແມັດ​ເພດ​ຍິງ, ນາງ​ໂຄ​ເວັນ​ທລິ ​ເຄີ​ສທີ ນັກ​ກິລາ​ຊິ​ມບາ​ເວ​ໄດ້​ທຳລາຍ​ສະຖິຕິ​ໂລກ​ແລະ​ໄດ້​​ເປັນ​ແຊມ​ປຽນ, ​ຊິງໄດ້​ຫຼຽນຄຳ​ໂອ​ລິ​ມປິກ​ຂອງ​ລາຍການ​ດັ່ງກ່າວ​​ຢ່າງ​ຕໍ່​ເນື່ອງ​ກັນ.


ໃນ​ການ​ແຂ່ງຂັນ​ລອຍ​ແບບ​​ແມງກະ​ເບື້ອ 100 ​ແມັດ​ເພດ​ຊາຍ, ທ້າວ​ຟິວພົສ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້ຫຼຽນຄຳ, ນີ້​ແມ່ນຫຼຽນຄຳທີ 7 ທີ່​ລາວ​ຊິງ​ໄດ້​ໃນ​ງານ​ໂອ​ລິມປິກ​ຄັ້ງນີ້.
1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>