ເຈົ້າ​ໜ້າ​ທີ່​ກົມ​ລິກ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ວຽກ​ງານ​ປ້ອງ​ກັນ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ສຳ​ເລັດ​ຜົນ

(GMT+08:00) 2008-08-16 20:54:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 16 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ອຽນ​ສຽວ​ຫົງ ຮອງ​ຫົວໜ້າ​ກົມ​ລິກຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເຖິງ​ວ່າວ​ວຽກ​ງານ​ປ້ອງ​ກັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ບໍ່ທັນ​ສິ້ນ​ສຸ​ດລົງ, ​ແຕ່​ເມື່ອ​​ເບີ່​ງຈາກ​ການລາຍ​ງານຂ່າວ​ແລະ​ຜົນ​ທີ່​ໄດ້​ຮັບ​ໃນ​ປະຈຸ​ບັນ​ແລ້ວ, ວຽກ​ງານ​ເທື່ອ​ນີ້​ຈະ​ສຳ​ເລັດ​ຜົນ.

ທ່ານ​ອຽນ​ສຽວ​ຫົງ​ກ່າວ​ວ່າ, ຕາມ​ການ​ຕິດຕາມ​ກວດກາ, ​ໃນ 3 ມື້ຫຼັງຈາກ​ຈັດ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ຢູ່​ທົ່ວ​ໂລກ​ໄດ້​ເກີດ​ການລັກ​ອອກ​ອາກາດ​ທີ່​ບໍ່​ໄດ້​ຮັບ​ການ​ອະນຸຍາດ​ປະມານ 1600 ​ເທື່ອ, ​ໃນ​ນັ້ນ, 85% ​ແມ່ນ​ເກີ​ດຂຶ້ນ​ຢູ່​ປະ​ເທດ​ທີ່​ພັດທະນາ​ແລ້ວ.

ທ່ານ​ອຽນ​ສຽວ​ຫົງ​ກ່າວ​ວ່າ, ຢູ່​ຈີນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ເມື່ອ​ໄດ້​ປະກົດ​ເຫັນ​ເວັບ​ໄຊ​ໃດ​ໜຶ່ງ​ຖ່າຍ​ທອດ​ການ​ແຂ່ງຂັນງານ​ກິລາ​ໂອ​ລິ​ມປິກ​ແລະ​ກິດຈະກຳ​ທີ່​ກ່ຽວຂ້ອງ​ຢ່າງ​ຜິດ​ກົດໝາຍ​ແລ້ວ, ກໍ່​ຈະ​ກ່າວ​ເຕືອນ​, ​ແລະ​ ​ຕິດຕາມ​ຄຸ້ມ​ຄອງ, ຈົນໃຊ້​ມາດ​ຕະການ​ແບບ​ບັງຄັບ. ບັນຫາ​ເຫຼົ່ານີ້​ລ້ວນ​ແຕ່​ຈະແກ້​ໄຂ​ພາຍ​ໃນ 2 ຊົ່ວ​ໂມງ, ​ໄວ​ທີ່ສຸດ​ພຽງ​ແຕ່ 20 ກວ່າ​ນາທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>