ສື່​ມວນ​ຊົນ​ຝຣັ່ງ​ຍ້ອງ​ຍໍ​ຜູ່​ຊົມ​ຈີນ​ມີ​ຄຸນ​ສົມ​ບັດ​ໃນ​ສະ​ໜາມ​ແຂ່ງ​ຂັນ

(GMT+08:00) 2008-08-17 13:49:32 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນຮວາ​: ວັນ​ທີ16ສິງຫາ​ນີ້ ໜັງສືພິມ​​ເລີ​ມົງຂອງຝຣັ່ງພິມ​ບົດ​ຄວາມ​ວ່າ,ຜູ່​ຊົມ​ຈີນ​ໄດ້ສະ​ແດງ​ໃຫ້​ເຫັນ​ມາລະຍາດທີ່​ດີ​ໃນ​ສະໜາ​ມ​ແຂ່ງຂັນ,​ເຂົາ​ເຈົ້າບໍ່​ພຽງ​ແຕ່​ໄຊໂຍ​​ໂຮ​ຮ້ອງ​ໃຫ້ກຳລັງ​ໃຈ​ແກ່​ນັກ​ກິລາ​ຈີນ​ທໍ່​ນັ້ນ,​ແຕ່​ຍັງຕົບມື​ຢ່າງ​ຟົດ​ຟື້ນ​ໃຫ້​ນັກ​ກິລາປະ​ເທດອື່ນຄື​ກັນ.

ບົດ​ຄວາມ​ຂຽນ​ວ່າ,​ໃນ​ງານ​ໂອ​ລິ​ມປິກ,​ເກືອບ​ຢູ່​ສະໜາມ​ແຂ່ງຂັນ​ທຸກ​ແຫ່ງ,ລ້ວນ​ແຕ່​ໄດ້​ຍິນ​ສຽງ​​​ໄຊ​ໂຍ​ໂຮ​ຮ້ອງທີ່​ຫ້າວຫັນ​ຂອງ​ຜູ່​ຊົມ​ຈີນ.ຫຼາຍຄົນ​ຮູ້ສຶກ​ວ່າ ນີ້​ບໍ່​ແມ່ນ​ການສະ​ແດງ​ອອກ​ເຖິງລັດທິ​ຮັກຊາດ​ທີ່ໝົດ​​ໃຈ,​ແຕ່ແມ່ນການສະ​ແດງ​ຄວາມ​ມ່ວນ​ຊື່ນທີ່​ອອກ​ມາ​ຈາກ​ໃຈ​ຈິງ​.

ບົດ​ຄວາມ​ຂຽນ​ວ່າ,​ໃນ​ສະໜາ​ມ​ແຂ່ງຂັນ​ບານບ້ວງ,ຜູ່​ຊົມຈີນລ້ວນ​ແຕ່​ຕົບມື​ຢ່າງ​ຟົດຟື້ນ​ໃຫ້ການ​ໄດ້​ຄະ​ແນນ​ຂອງ​ນັກ​ກິລາ​ອາ​ເມ​ລິ​ກາຄື​ກັນ​ກັບ​ເຮັດ​ຕໍ່​ທ້າວ​ຢາວມີ​ງ.​​ໃນສະໜາມ​ແຂ່ງຂັນ​ກາຍຍະກຳ​ທຸກ​ປະ​ເພດ​ເພດ​ຍິງ,ນັກ​ກິລາ​ອາ​ເມ​ລິ​ກາ​ສອງ​ຄົນ​ໄດ້​ຫຼຽນ​ຄຳ​ແລະ​ຫຼຽນ​ເງິນ,ຜູ່​ຊົມ​ກໍ່​​ໄຊ​ໂຍ​ໂຮ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ຄື​ກັນ.

ບົດ​ຄວາມ​ຍັງ​ຂຽນ​ວ່າ,ນອກຈາກ​ຜູ່​ຊົມ​ສະ​ແດງ​ໃຫ້​ເຫັນ​ຄຸນສົມບັດ​ດີ​​ແລ້ວ,ສື່​ມວນ​ຊົນ​ແລະ​ຫາງ​ສຽງ​ຂອງ​ຈີນ​ກໍ່​ບໍ່​ຖື​ການ​ຊີງ​ໄດ້​​ແຊມ​ເປັນ​ເປົ້າໝາຍ​ພຽງ​ດ້ານ​ດຽວ​ຂອງ​ການ​ແຂ່ງຂັນ,ຫາກ​ແມ່ນ​ສົນ​ໃຈ​ນຳ​ຄຸນຄ່າ​ຂອງ​ກິລາ​ຫຼາຍ​ກວ່າ​ເກົ່າ.​ຢູ່​ເທີ​ງອິນ​ເຕີ​ເນັດ,​ໄດ້​ປະກົດ​ມີ​ຂໍ້​ສະ​ເໜີ​ຕ່າງໆ​ເຊັ່ນ: ປ່ອຍວາງ​ຄວາມ​ກົດ​ດັນທີ່​ວ່າ​ຕ້ອງ​​ໄດ້​ຫຼຽນ,​ແລ້ວ​ມາຊົມ​​ໃຊ້​ຄວາມ​ມ່ວນ​ຊື່ນ​ທີ່​ໄດ້​ຮ່ວມແຂ່ງຂັນ,ນິຍົມ​ຫຼຽນ,ຍິ່ງ​ນິຍົມນ້ຳ​ໃຈກິລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>