ກຳປູເຈຍໄທເລີ່ມຖອນທະຫານອອກຈາກບໍລິເວນໃກ້ຜາສາດພະວິຫານ
(GMT+08:00) 2008-08-17 14:30:28 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ວັນທີ16ສິງຫານີ້ ທ່ານຂຽວ ກັນຫາຣິດ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວຂອງກຳປູເຈຍ ທັງເປັນໂຄສົກລັດຖະບານກຳປູເຈຍກ່າວວ່າ,ກຳປູເຈຍແລະໄທເລີ່ມຖອນທະຫານຂອງຕົນອອກຈາກວັດກີວ ຊີຄາ ຄີຣີ ສວາຣາ ແລະບໍລິເວນທີ່ໃກ້ກັບຜາສາດພະວິຫານ."ການຈັດວາງຄືນໃໝ່"ເທື່ອນີ້ສຳເລັດແລ້ວ,ກອງທະ ຫານສອງປະເທດຈະຖອນຄືນໄປຢູ່ຄ້າຍທີ່ເຄີຍຢູ່ກ່ອນວັນທີ15ກໍລະກົດ.
ນອກນີ້ຂ່າວແຈ້ງວ່າ,ມື້ດຽວກັນ,ໂຄສົກຜູ່ໜຶ່ງຂອງກະຊວງການຕ່າງປະເທດໄທໄດ້ຢືນຢັນຂ່າວຖອນທະຫານດັ່ງກ່າວ.
ນັບແຕ່ວັນທີ15ສິງຫານີ້ເປັນຕົ້ນມາ,ໄທແລະກຳປູເຈຍປະເຊີນໜ້າກັນທາງທະຫານຍ້ອນມີຄວາມຂັດແຍ່ງກັນໃນບັນຫາເຂດແດນໃກ້ຜາສາດພະວິຫານທີ່ຢູ່ເຂດຊາຍແດນລະຫວ່າງສອງປະເທດ.ແລ້ວສອງປະເທດກໍ່ສົ່ງທະຫານໄປເຂດດັ່ງກ່າວເພີ່ມຂຶ້ນ,ທະຫານກຳປູເຈຍມີ800ຄົນ,ໄທມີ400ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ