ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ​ຈີນ​ຍ້ອງ​ຍໍ​ຄູ​ເຝິກ​ຈີນ​ຢູ່​ຕ່າງປະ​ເທດ​ຄື​ນາງ​ລາງ​ພິງ​ເປັນ​ຕົ້ນ​ແມ່ນ"ທູດປະຊາຊົນ​ດ້ານ​ກິລາ"

(GMT+08:00) 2008-08-17 15:49:43 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ17 ສິງຫາ​ນີ້,​ໃນ​ງານຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊຸ່ຍ​ດ້າລິນ ຮອງ​ຫົວໜ້າ​ຄະນະ​ນັກກິລາ​ຈີນຍ້ອງຍໍ​ຄູ​ເຝິກ​ຈີນທີ່​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຄື​ນາງ​ລາງ​ພິງ​ວ່າ​ເປັນ"ທູດ​ປະຊາຊົນ​ດ້ານກິລາ".

ທ່ານ​ຊຸ່ຍ​ດ້າລິນ​ກ່າວ​ວ່າ,​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ສາມາດ​ເຫັນ​ຄູ່​ເຝິກ​ຈີນບາງ​ຄົນ​ທີ່​ເຮັດວຽກ​ເພື່ອ​ຄະນະ​ນັກ​ກິລາ​ຕ່າງປະ​ເທດ,​ເຊັ່ນ​ນາງ​ລາງ​ພິງ ຄູ​ເຝິກບານ​ສົ່ງ​ເພດ​ຍິງ​ຂອງ​ອາ​ເມ​ລິ​ກາ,ທ່ານ​ຊຽວລຽງ ຄູ​ເຝິກຂອງ​ທີ​ມກິລາກາ​ຍະ​ກຳ​ເພດ​ຍິງ​ອາ​ເມ​ລິ​ກາ​ແລະ​ທ່ານ​ທົງ​ຮຸ່ຍ ຄູ​ເຝິກຂອງ​ທີ​ມ​ໂດດ​ນ້ຳອົສຕຼາລີ​ເປັນ​ຕົ້ນ.ພວກ​ເຂົາ​ເຈົ້າ​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ກິລາ​​ໂລກ,ຍົກ​ສູງ​ລະດັບຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ປະ​ເທດນັ້ນໆ.

ອີງ​ຕາມສະຖິຕິ​ຂອງ​ກົມ​ໃຫຍ່​ກິລາ​​ແຫ່ງ​ຊາດ​ຈີນ,ນັບ​ແຕ່​ຈີນ​ສົ່ງ​ຄູ​ເຝິກ​ຊ່ອຍ​ເຫຼືອ​ຕ່າງປະ​ເທດ​ສູ່​ຕ່າງປະ​ເທດ​ໃນ​ປີ1957​ເປັນ​ຕົ້ນ​ມາ,ຈີນສົ່ງ​ຄູ​ເຝິກທັງ​ໝົດ2547ຄົນ​123ປະ​ເທດ​ແລະ​ເຂດ​ແຄວ້ນ,​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຄູ່​ເຝິກລາຍການ​ປິ໋ງປ໋ອງ,ຕີດອກ​ປີກ​ໄກ່,​ໂດດ​ນ້ຳ​ແລະ​​ມວຍລາຍ​​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>