ນາງ​ເອ​ເລ​ນາ ​ເດ​ເມນທີ​​ເຢວາ ນັກ​ກິລາຣັດ​ເຊຍ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ເທ​ນນິສຕີ​ດ່ຽວ​ເພດ​ຍິງ

(GMT+08:00) 2008-08-17 18:07:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ວັນ​ທີ 17 ສິງຫາ​ນີ້,ໃນ​ການ​ແຂ່ງຂັນ​​ເທ​ນນິສ​ຕີ​ດ່ຽວ​ເພດ​ຍິງຮອບ​ສຸດ​ທ້າຍ​ຂອງ​ງານ​​ໂອ​ລິມປິກ​ປັກ​ກິ່ງ,ຜ່ານ​ການ​ແຂ່ງຂັນຢ່າງ​ດຸ​​ເດືອດ​ເປັນ​​ເວລາ 2 ຊົ່ວ​ໂມງ​ເຄິ່ງ,ນາງ​ເອ​ເລ​ນາ ​ເດ​​ເມນ​ຕີ​ເຢວາ ນັກ​ກິລາຣັດ​ເຊຍ​ໄດ້​ເອົາ​ຊະນະ​ນາງ​ດີ​ນາຣາ ຊາ​ຟີ​ນາ ພີ່ນ້ອງ​ຮ່ວມ​ຊາດ​ດ້ວຍ​ຜົນງານ 2 ຕໍ່ 1,ຊິງ​ໄດ້​ຫຼຽນ​ຄຳ,ຜົນງານ 3 ຮອບ​ຕ່າງ​ແມ່ນ 3 ຕໍ່ 6, 7 ຕໍ່ 5​ ​ແລະ 6 ຕໍ່ 3.

ໃນ​ການ​ແຂ່ງ​ຂັນ​ຊິງ​ທີ 3 ທີ່​ດຳ​ເນີນ​ກ່ອນ​ໜ້າ​ນີ້,ນາງຫຼີນ້າ ນັກ​ກິລາ​ຈີນ​ໄດ້​ເສຍ​​ໄຊ​ແລ້ວ​​ເປັນ​ທີ 4,ນີ້​ແມ່ນຜົນງານ​ດີ​ທີ່​ສຸດ​ໃນ​ການ​​​ແຂ່ງຂັນ​​ເທ​ນນິສຕີ​ດ່ຽວ​ເພດ​ຍິງຂອງ​ຈີນ​ໃນ​ງານ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>