ທ່ານ​ໄຕ້​ປີງ​​ໂກ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ພົບ​ປະ​ກັບ​ທ່ານ​ມາ​ຊາ​ຮີ​ໂຄ ​ໂຄ​ມູຣາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ

(GMT+08:00) 2008-08-17 18:12:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 17 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ໄຕ້​ປີງ​ໂກ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ມາ​ຊາ​ຮີ​ໂຄ ​ໂຄ​ມູຣາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ທີ່​ມາ​ເບິ່ງ​ການ​ແຂ່ງຂັນ​ງານ​ໂອ​ລິ​ມປິກ​ຢູ່​ປັກ​ກິ່ງ.

ທ່ານ​ໄຕ້​ປີງ​ໂກ​ໄດ້​ຂອບ​ໃຈ​ນຳ​ລັດຖະ​ບານ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຍີ່ປຸ່ນ​ທີ່​ໄດ້​ອອກ​ແຮງສະໜັບ​ສະໜູນງານ​ໂອ​ລິ​ມປິກ​ປັກ​ກິ່ງ,ອວຍ​ພອນ​ໃຫ້​ນັກ​ກິລາ​ຍີ່ປຸ່ນ​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ໃນ​ການ​ແຂ່ງຂັນ.ທ່ານ​ຍັງ​ກ່າວ​ວ່າ,ຈີນ​ຍີ່ປຸ່ນ​ຄວນ​ພະຍາ​ຍາມ​ຮ່ວມ​ກັນ​ເພື່ອ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​ໃນ​ເວລາ​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄປ​ຢ້ຽມ​ຢາມ​ຍີ່ປຸ່ນ​ໃນ​ເດືອນ​ພຶດສະພາ​ປີ​ນີ້,ຊຸກຍູ້​ການ​ພົວພັນຍຸດ​ທະ​ສາດ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ຍີ່ປຸ່ນ​ໃຫ້​ຂະ​ຫຍາຍ​ໄປ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ມາ​ຊາ​ຮີ​ໂຄ ​ໂຄ​ມູຣາກ່າວ​ວ່າ,ຍີ່ປຸ່ນ​ຍິນ​ດີ​ພະຍາຍາມຮ່ວມກັນ​ກັບ​ຈີນ​ເພື່ອ​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>