ຕວກກີ​ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເປົ້າ​ໝາຍ​ພັກ​ກຳມະກອນ​ເຄີ​ດິສຂອງ​ພາກ​ເໜືອ​ອີຣັກອີກ

(GMT+08:00) 2008-08-17 18:16:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ໃນ​ຕອນ​ກາງຄືນ​ວັນ​ທີ 16 ສິງຫາ​ນີ້,ກອງທັບ​ອາກາດ​ຕວກກີ​ໄດ້​ຫຼອນ​ໂຈມ​ຕີ​ທາງ​ອາກາດອີກ​ຕໍ່​ເປົ້າ​ໝາຍ​ກຳລັງ​ອາວຸດ​ຂອງ​ພັກ​ກຳມະກອນ​ເຄີ​ດິສທີ່ຢູ່​ພາກ​ເໜືອ​ອີຣັກ,​ໄດ້​ທຳລາຍ​ຖ້ຳ​ພູ​ແຫ່ງ​ໜຶ່ງ​ທີ່​ມີ​ຜູ້​ປະກອບ​ອາວຸດ​ຈຳນວນ​ຫຼວງ​ຫຼາຍ​ລີ້​ຊ່ອນຢູ່.

ວັນ​ທີ 17 ສິງຫາ​ນີ້,ກອງ​ເສນາ​ທິການສູງ​ສຸດກອງທັບປະກອບ​ອາວຸດ​ຕວກກີ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​​ເວັບ​ໄຊ​ຂອງ​ຕົນ​ຊີ້​ອອກ​ວ່າ,ວັນ​ທີ 16 ສິງຫາ​ນີ້,ຍົນ​ຮົບ​ຂອງ​ຕວກກີ​ໄດ້​ຫຼອນ​​ໂຈມ​ຕີ​ເຂດ​ອາວາ​ຊີ​ນ ບັສຢັນ ພາກ​ເໜືອ​ອີຣັກ,​ໄດ້​ທຳລາຍ​ຖ້ຳ​ພູ​ແຫ່ງ​ໜຶ່ງ​ທີ່​ມີ​ຜູ້​ປະກອບ​ອາວຸດ​ພັກ​ກຳມະກອນ​ເຄີ​ດິສຈຳນວນ​ຫຼວງ​ຫຼາຍລີ້​ຊ່ອນຢູ່.ຖະ​ແຫຼ​ງການ​ຂຽນ​ວ່າ,ຜູ້​ປະກອບ​ອາວຸດ​ເຫຼົ່າ​ນີ້ພວມ​ກຽມ​ເຂົ້າ​ດິນ​ແດນ​ຕວກກີ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>