ທ່ານ​ໂຣ​ເກ​ຍ້ອງຍໍ​ວຽກ​ງານ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ເຄິ່ງ​ທາງ​ຜ່ານ​ມາ

(GMT+08:00) 2008-08-18 16:07:40 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ​: ຫວ່າງ​ມໍ່ໆ​ນີ້ ​ໃນວລາ​​ໃຫ້​ສຳພາດ​ຕໍ່​ໜັງສືພິມລິ​ກິ​ພຸຂອງຝຣັ່ງ ທ່ານ​ເຈັກ​ເຄຼ ​ໂຣ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາ​ກົນ​ໄດ້​ຍ້ອງຍໍ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ຮັບປະກັນ​ດ້ານ​ພະລາທິການ​ແລະ​ບໍລິ​ການ​​ສື່​ມວນຊົນ​ໃນ​ງານ​ໂອ​ລິ​ມປິກ,​ເຫັນ​ວ່າ ວຽກ​ງານ​ຈັດຕັ້ງງານ​ໂອ​ລິ​ມປິກ​ໃນ​ອາທິດ​ທີໜຶ່ງ​ແມ່ນ​ເຮັດ​ດີ​ເດັ່ນ​ຫຼາຍ.

ທ່ານ​ໂຣ​ເກ​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງດຳ​ເນີນ​ຢ່າງ​ສະດວກ​ທີ່​ສຸດ,ພາຫະນະຂົນ​ສົ່ງ​​ໂດຍສານແລ່ນ​ຖືກ​ເວລາກຳນົດ​ທີ່​ສຸດ,ບ້ານ​ໂອ​ລິ​ມປິກ​ສວຍງາມ,ການຖ່າຍ​ທອດສົດ​ການ​ແຂ່ງຂັນ​ກໍ່​ເຮັດ​ໄດ້ດີ​ຫຼາຍ.

ທ່ານ​ກ່າວ​ວ່າ,​ໃນ​ການ​ປັບປຸງ​ສິ່ງ​ແວດ​ລ້ອມ,ຈີນ​ໄດ້​ໃຊ້ຫຼາຍ​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ແລະ​ມີ​ປະສິດທິ​ຜົນ,​ເຊັ່ນ:ປິດ​ໂຮງງານ​ທີ່​ປ່ອຍມົນ​ລະ​ພິດ ​ໃຫ້​ລົດ​ແລ່​ນຕາມ​ປ້າຍ​ເລກ​ຄູ່​ປ້າຍ​ເລກ​ຄີກ ​ແລະຂີດເສັ້ນທາງ​ລົດ​ສະ​ເພາະ​ໂອ​ລິ​ມປິກ​ເປັນຕົ້ນ.ມາດ​ຕະການ​ເຫຼົ່າ​ນີ້​ໄດ້​ຮັບປະກັນ​ໃຫ້​ນັກ​ກິລາ​ເຂົ້າຮ່ວມ​ການ​ແຂ່ງຂັນ​ຢ່າງ​ສະບາຍ.​ໃນ​ການ​ປ້ອງ​ກັນ ຄວາມ​ປອດ​ໄພ,ຈີນ​ກໍ່ບໍ່​ມີ​ການ​ຈຳກັດ​ຫຼາຍ.ທ່ານ​ກ່າວ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,ສື່​ມວນ​ຊົນ​ສ່ວນ​ຫຼາຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ພໍ​ໃຈ​ທີ່​ສຸດ​ຕໍ່​ວຽກງານ​ຈັດຕັ້ງຂອງ​ຈີນ.

ພ້ອມ​ກັນນັ້ນທ່ານ​ໂຣ​ເກ​ເຫັນ​ວ່າ,ປະ​ເທດ​ອາຊີ​​ທີ່​ມີ​ຈີນ ຍິ່ປຸ່ນ​ແລະ​ສ.​ເກົາຫຼີ​ເປັນ​ຕົວ​ແທນ​​ໄດ້ຜົນ​ງານ​ດີ​ຫຼາຍ​ໃນ​ງານ​ໂອ​ລິມປິກຄັ້ງນີ້,​ເວົ້າຈາກ​ດ້ານ​ນີ້​ແລ້ວ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ອາດ​ຈະ​ກາຍ​ເປັນ​ງານ​ໂອ​ລິ​ມປິກ​ຂອງ​ອາຊີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>