ງານ​ວາງສະ​ແດງ​ໂອ​ລິ​ມປິກ​ປັກ​ກິ່ງ​ອັດ​ລົງ ​ໄດ້​ຮັບ​ຕ້ອນຜູ້​ຊົມ 8 ໝື່ນ​ກວ່າ​ເທື່ອ​ຄົນ

(GMT+08:00) 2008-08-18 18:24:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 18 ສິງຫາ​ນີ້,ງານ​ວາງສະ​ແດງ​ໂອ​ລິມປິກ 2008 ປັກ​ກິ່ງ​ໄດ້​ອັດ​ລົງ,​ໃນ​​ໄລຍະ 11 ວັນ,ນັບ​ລວມ​ແລ້ວ,​ໄດ້​ຮັບຕ້ອນ​ຜູ້​ຊົມ​ວົງ​ການ​ຕ່າງໆ 8 ໝື່ນ​ກວ່າ​​ເທື່ອ​ຄົນ.

ໃນ​ຖານະ​ທີ່​ເປັນ​ງານ​ວາງສະ​ແດງ​ໂອ​ລິ​ມປິກ​ຄັ້ງ​ປະຖົມມະ​ເລີກ​ໃນທົ່ວ​ໂລກ,ງານ​ວາງສະ​ແດງ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຕົ້າ​ໂຮມ​ສະ​ແຕັມ ​ເຄື່ອງ​ສະ​ສົມ​ແລະ​ເຄື່ອງ​ສິລະ​ປະກຳ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ,​ໃນ​ນັ້ນ,ລວມທັງ​​ເຄື່ອງລ້ຳ​ຄ່າ​ຂອງ​ຫໍພິພິທະ​ພັນ​ໂອ​ລິ​ມປິກ​ໂລຊານ​ແຫ່ງ​ສວິສທີ່ວາງສະ​ແດງ​ເປັນ​ຄັ້ງ​ທຳ​ອິດ.

ການຈັດ​ງານ​ວາງສະ​ແດງ​ໂອ​ລິ​ມປິກ​ຄັ້ງ​ປະຖົມມະ​ເລີກ​ຢ່າງ​ສຳ​ເລັດ​ຜົນນັ້ນ,​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ແລະຄວາມ​ຍ້ອງຍໍ​ຢ່າງ​ເປັນ​​ເອກະ​ພາບ​ກັນ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​​ແລະ​ວົງ​ການ​ຕ່າງໆ​ໃນສັງຄົມ.ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນກ່າວ​ຢ່າງ​ຈະ​ແຈ້ງວ່າ,ຈະ​ຖື​ງານ​ວາງສະ​ແດງ​ໂອ​ລິ​ມປິກ​ເປັນ​ກິດຈະກຳທາງ​ການຂອງງານ​ໂອ​ລິມປິກ,​ແລະ​ຈັດ​ຂຶ້ນ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>