ເຈົ້າ​ໜ້າ​ທີ່ສະ​ຫະ​ພັນ​ກິລາ​ແລ່ນ​ແລະ​ລານສາ​ກົນຍ້ອງ​ຍໍ​ຄູຝຶກ​ຈີນ​ກ້າປະ​ເຊີນ​ໜ້າ​ກັບ​ສື່​ມວນ​ຊົນ​ພາຍຫຼັງເສຍ​ໄຊ

(GMT+08:00) 2008-08-18 18:47:32 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 18 ສິງຫາ​ນີ້,ນາງ​ອານ​ນາ ​ເລກ​ນາ​ນີ ຮອງ​ຫົວໜ້າຖະ​ແຫຼງຂ່າວ​ສະຫະພັນ​ກິລາ​ແລ່ນ​ແລະ​ລານ​ສາກົນ ​ເຈົ້າ​ໜ້າ​ທີ່​ຖະ​ແຫຼງຂ່າວ​ກິລາ​ແລ່ນ​ແລະ​ລານ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງກ່າວ​ວ່າ,ນາງສະ​ແດງ​ຄວາມ​ເຄົາລົບ​ແລະ​ຍ້ອງຍໍ​ຕໍ່​ຄູ​ຝຶກ​ທີມຈີນ​ທີ່​ກ້າຫານປະ​ເຊີນໜ້າ​ກັບ​ສື່​ມວນ​ຊົນ​ໃນ​ທັນທີ​ພາຍຫຼັງ​ທ້າວ​ລີ​ວຊຽງ​ໄດ້​ສະຫຼະສິດການ​ແຂ່ງຂັນແລ້ວ.

ວັນ​ທີ 18 ສິງຫາ​ນີ້,ພາຍຫຼັງ​ທ້າວ​ລີ​ວຊຽງ ນັກ​ກິລາ​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ​ຂອງ​ຈີນ​ໄດ້ສະຫຼະ​ສິດການ​ແຂ່ງຂັນ​ຮອບທຳ​ອິດຍ້ອນເຈັບ​ປວດພຽງ​ປະມານ 20 ນາທີ,ທ່ານ​ເຟິງຊູ້​ຢົງ ຄູ​ຝຶກ​ໃຫຍ່​ທີມ​ແລ່ນ​ແລະ​​ລານ​ຈີນ​ແລະ​ທ່ານ​ຊຸ່ນ​ໄຫ​ພີ​ງ ຄູ​ຝຶກ​ຂອງ​ທ້າວ​ລີ​ວຊຽງ​ກໍ່​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ​ໃນ​ກອງ​ປະຊຸມ​ຂ່າວ.

ນາງ​ເລກ​ນາ​ນີ​​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ:"ຄູ​ຝຶກ​ຊຸ່ນ​ໄຫ​ພີ​ງມີ​ຄວາມ​ກ້າຫານ​ຫຼາຍ,ສະມາຄົມ​ກິລາ​ແລ່ນ​ແລະ​ລານ​ຈີນ​ກໍ່​ມີ​ຄວາມ​ກ້າ​ຫານ​ຫຼາຍ,ພາຍ​ໃຕ້​ຄວາມ​ກົດ​ດັນ​ທີ່​ໃຫຍ່​ປານ​ນີ້,ສາມາດ​ຈັດ​ກອງ​ປະຊຸມ​ຂ່າວ​ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຢ່າງ​ໄວ​ປານ​ນີ້,ນີ້​ເວົ້າ​ສຳລັບ​​ເຂົາ​ເຈົ້າ​​ແລ້ວ,​ແມ່ນ​ຍາກ​ຫຼາຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>