ຫຼຽນ​ລາງວັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ມີ​ສານ​ທີ່​ມີ​ຜົນ​ຮ້າຍ

(GMT+08:00) 2008-08-18 19:18:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 18 ສິງຫາ​ນີ້,ທ່ານ​ວາງ​​ເຫວີຍ ຮອງ​ປະທານ​ປະຕິບັດ​ງານທັງ​ເປັນ​ເລຂາທິການ​ໃຫຍ່​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງກ່າວ​ວ່າ,ວັດ​ສະດຸ​ທີ່​ເຮັດ​ຫຼຽນ​ລາງວັນງານ​ໂອ​ລິມປິກ​ປັກ​ກິ່ງລ້ວນ​ແຕ່​ໄດ້​ຜ່ານ​ການ​ກວດກາ​ຄຸນ​ນະພາ​ບຂອງ​ຈີນ,ບໍ່​ມີ​ສານ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ.

ທ່ານ​ວາງ​ເຫວີ​ຍກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,ບາງ​ຄົນ​ຂຽນ​ບົດ​ໃນບຼອກ​ຂອງ​ຕົນ​ວ່າ,ຫຼຽນ​ລາງ​ວັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ສານ​ທີ່​ມີ​ຜົນ​ຮ້າຍ,ຂ່າວ​ນີ້​ບໍ່​ຖືກ​ຄວາມ​ຈິງ;ບໍລິສັດ​ຫຼຽນ​ຄຳຮ້ອຍ​ເປີ​ເຊັນອູ​ຮ້ານ​ທີ່​ກ້າວ​​ເຖິງ​ໃນ​ບົດ​ດັ່ງກ່າວ​ກໍ່​ບໍ່​ມີ​ເລີຍ.ທ່ານ​ກ່າວ​ວ່າ,​ເຊື່ອ​ວ່າ,ບົດ​ນີ້​ພຽງ​ແມ່ນ​​ເວົ້າຢອກຊື່ໆ,​ແຕ່​ຍັງ​ຈຳ​ເປັນ​ຕ້ອງ​ໃຫ້​ຄວາມ​ກະຈ່າງ​ແຈ້ງ.

ຕາມ​ສະ​ເໜີ​ວ່າ,ຫຼຽນ​ຄຳ​ແມ່ນ​ເຮັດ​ດ້ວຍ​ເງິນສົດ,​ແລ້ວ​ຄືບ​ຄຳ 6 ​ກຼາມ,ຄວາມ​ສົດ​ຂອງຄຳ​ສູງ​ເຖິງ 99,9%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>