ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ເຂົ້າ​ໃນ​ມື້​ທີ 11, ຈະ​ຊິງ​ເອົາ​ຫຼຽນ​ຄຳ 20 ຫຼຽນ

(GMT+08:00) 2008-08-19 12:53:38 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 20 ສິງຫາ​ນີ້, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຂົ້າ​ໃນ​ມື້​ທີ 11, ຈະ​ຊິງ​ເອົາ​ຫຼຽນ​ຄຳ 20 ຫຼຽນ.

ໃນ​ການ​ແຂ່ງຂັນງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມື້ວານ​ນີ້​​ໄດ້​ສ້າງສະຖິຕິ​ໂລກ 3 ລາຍ. ​ໃນ​ການແຂ່ງ​ລົດ​ຖີບ​ໄລ່​ຕາມ​ປະ​ເພດ​ທີ​ມ​, ທີ​ມອັງກິດ​ໄດ້​ທຳລາຍ​ສະຖິຕິ​ໂລກ​ທີ່​ຫາ​ກໍ່ສ້າງ​ໃນ​ມື້​ກ່ອນ, ທ້າວ​ອັນ​ເດຼີຍ ອຣາມນາວ ນັກ​ກິລາ​ເບ​ໂຣລຸດຊີ​ທຳລາຍ​ສະຖິຕິ​​ໂລກ​ແຂ່ງຂັນຍໍ​ຍົກ, ຈັບ​ຍົກ​ແລະ​ຜົນງານ​ລວມ, ນາງ​​ອິ​ເລ​ນາ ອິຊິນ​ບາ​ວາ ນັກ​ກິລາຣັດ​ເຊຍ​ໄດ້​ທຳລາຍ​ສະຖິຕິ​ໂລກ​ໃນ​ການ​ແຂ່ງຂັນ​ເຕັ້ນ​ຄ້ຳ​ທໍ່​ເພດ​ຍີ​ງດ້ວຍ​ຜົນງານ 5 ​ແມັດ 5 ຊັງ​ຕິ​​ແມັດ.

ໃນ​ການ​ແຂ່ງຂັນຕ່າງໆ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ສິງຫາ​ນີ້, ​ເຊັ່ນ: ການ​ແຂ່ງຂັນ​ກາຍ​ຍະກຳ​ສາກົນ, ການ​ແຂ່ງຂັນ​ປິ່ງ​ປ່ອງ​ເປັນ​ຕົ້ນ, ນັກ​ກິລາ​ຈີນ​ສືບ​ຕໍ່​ຮັກສາ​ທ່ວງທ່າດີ​ໃນ​ການ​ຊິງຫຼຽນຄຳ​. ທີ​ມປິ່ງ​ປ່ອງ​ຈີນ​ໄດ້​ເອົາ​ຊະນະ​ທີ​ມ​ເຢຍລະ​ມັນ​ດ້ວຍ 3 ຕໍ່ 0 ຢ່າງ​ສະບາຍ, ​ໄດ້​ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ປິ່ງ​ປ່ອງ​ປະ​ເພດ​ທີມ​ເພດ​ຊາຍ. ນອກ​ນີ້, ຈີນ​ຍັງ​ໄດ້​ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ບ້ວງ​​ເພດ​ຊາຍ, ການ​ແຂ່ງຂັນ​ຮາວ​ຕ່ຳ​ສູງ​ເພດ​ຍີ​ງ, ການ​ແຂ່ງຂັນ​ກາ​ຍະ​ກຳ​ເສື່ອ​ສະປິງ​ເພດ​ຍີງ. ​ເມື່ອ​ການ​ແຂ່ງຂັນ​ໃນ​ວັນ​ທີ 18 ສິງຫາ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, ທີ​ມຈີນ​ໄດ້​ຫຼຽນຄຳ 39 ຫຼຽນ, ຫຼຽນ​ເງິນ 14 ຫຼຽນ​ແລະ​ຫຼຽນ​ທອງ 14 ຫຼຽນ.

ວັນ​ທີ 19 ສິງຫາ​ນີ້, ທິມ​ແລ່ນ​ແລະ​ລານ​ອາ​ເມ​ລິ​ກາ​ເລີ່​ມ​ຊິງໄດ້​ຫຼຽນຄຳ. ນອກຈາກ​ນາງ​ສ​ເຕຟັນ​ເນຍ ບຼານ ຕຼັຟຕັນ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນຄວ່າງ​ຈານ​ເຫຼັກ​ເພດ​ຍີ​ງ​ແລ້ວ, ທ້າວ​ອັນ​ເກິ​ໂລ ທາຍ​ໂລ​ຍັງ​ຊິງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ແລ່ນ​ຂ້າມຮົ້ວ 400 ​ແມັດ​ເພດ​ຊາຍ, ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້ຫຼຽນຄຳ, ຫຼຽນ​ເງິນ​ແລະ​ຫຼຽນທອງ​ຂອງ​ລາຍການ​ນີ້​​ໝົດ. ນອກ​ນັ້ນ, ອາ​ເມ​ລິ​ກາຍັງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ຂີ່​ມ້າ​ຂ້າມ​ອຸປະ​ສັກ, ຈຳນວນ​ຫຼຽນຄຳ​ຂອງ​ທິມອາ​ເມ​ລິ​ກາ​ບັນລຸ 22 ຫຼຽນ. ປະຈຸ​ບັນ, ລວມມີ​ຄະນະ​ນັກ​ກິລາ 43 ປະ​ເທດ​ໄດ້ຫຼຽນຄຳ​ໃນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​, ​ໃນ​ນັ້ນ, ອັງກິດ​ ​ເຊິ່ງ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ປີ 2012 ​ໄດ້​ຮັບ​ຫຼຽນຄຳ 12 ຫຼຽນ​ແລ້ວ, ຜົນງານດີກ​ວ່າ​ໃນ​ງານ​ກິລາ​ໂອ​ລິ​ມປິ​ກອາ​ແຕນຫຼາຍ.

ນັກ​ກິລາ​ເກນ​ຢາ​ໄດ້ຫຼຽນຄຳ 2 ຫຼຽນ​ໃນ​ການ​ແຂ່ງຂັນ​ແລ່ນ​ໄວ 800 ​ແມັດ​ເພດ​ຍີ​ງ​ແລະ​ການ​​ແລ່ນ​ຂ້າມ​ອຸປະສັກ 3000 ​ແມັດ​ເພດ​ຊາຍ, ປະ​ເທດ​ອາ​ຝຼິກາ​ໄດ້ຫຼຽນຄຳ 6 ຫຼຽນ​ໃນ​ງານ​ກິລ​າ​ໂອ​ລິ​ມປິກ​ປັກ​ກິ່ງ. ນອກ​ນັ້ນ, ນັກ​ກິລາ​ປາ​ນາມາ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​​ເຕັ້ນ​​ໄກເພດ​ຊາຍ, ນີ້​ແມ່ນ​ຫຼຽນຄຳ​ຫຼຽນທຳ​ອິດ​ຂອງ​ປາ​ນາມາ​ໃນ​ງານ​ກິລາ​ໂອ​ລິ​ມປິກ.

ແຕ່​ວ່າ, ການ​ແຂ່ງຂັນ​ແລ່ນ​ຂ້າມຮົ້ວ 110 ​ເພດ​ຊາຍຮອບ​ກຽມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ສິງຫາ​ນີ້​ຍິ່ງປະ​ຈັບ​ຕາ​ຄົນກວ່າ, ທຳ​ອິດ​ແມ່ນ​ທ້າວ​ເທ​ເຣັນສ ຕຼາ​ເມ​ວ ນັກ​ກິລາ​ອາ​ເມ​ລິ​ກາ​ທີ່​ມີ​ຊື່​ສຽງ​ທີ່​ໄດ້​ຫຼຽນ​ເງິນ​ໃນ​ງານ​ກິລາ​ໂອ​ລິ​ມປິກອາ​ແຕນ​ຖອນ​ອອກ​ຈາກ​ການ​ແຂ່ງຂັນ​ຍ້ອນ​ບາດ​ເຈັບ, ​ຕໍ່​ມາ, ທ້າວ​ລິວ​ຊຽງ ນັກ​ກິລາ​ຈີນ​ທີ່​ຄົນ​ທັງຫຼາຍ​ຄອງ​ຄອຍ​ໄດ້ຫຼຽນຄຳ​ກໍ່ຖອນ​ອອກ​ຈາກ​ການ​ແຂ່ງຂັນ​ຍ້ອນບາດ​ເຈັບ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>