ສື່​ມວນ​ຊົນ​ສວິສ​ກ່າວ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ມີ​ຖາ​ນະ​ພິ​ເສດ​ໃນ​ປະ​ຫວັດ​ສາດ

(GMT+08:00) 2008-08-19 13:02:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ໜັງສືພິມ "​ເລ ​ເທ​ມສ" ສວິສ ສະບັບ​ວັນ​ທີ 18 ສິງຫາ​ນີ້​ພິມ​ບົດ​ຄວາມ​ໂດຍຂຽນ​ວ່າ, ວຽກ​ງານ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ມີ​ບ່ອນ​ຕິ, ທ້າວ​ໄມ​ເຄິນ ​ເຟວພສ ​ແລະ​ນັກ​ກິລາ​ທີ່​ມີ​ຊື່ສຽງ​ອື່ນໆຫຼາຍຄົນ​ໄດ້​ທຳລາຍ​ສະຖິຕິ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ສະ​ແດງ​ການ​ແຂ່ງຂັນ​ອັນດີ​ເລີດ​ທີ່​ເໜືອ​ຄວາມ​ຄິດ​ຝັນ​ເທື່ອ​ແລ້ວ​ເທື່ອ​ອີກ​ໃຫ້​ຄົນ​ທັງຫຼາຍ, ທັງໝົດ​ເຫຼົ່ານີ້​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຖານະ "ພິ​ເສດ" ​ໃນ​ປະຫວັດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.

ບົດ​ຄວາມ​ຂຽນ​ວ່າ, ສະໜາມ​ກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ຄົນຕື່ນ​ຕາ​ຕື່ນ​ໃຈ, ການ​ຖ່າຍ​ທອດ​ການ​ແຂ່ງຂັນ​ດຳ​ເນີນ​ໄປ​ຢ່າງ​ມີ​ລະບຽບ, ວຽກ​ງານ​ຈັດ​ຕັ້ງ​ການ​ແຂ່ງຂັນ​ບໍ່​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຫຍັງ, ​ອາສາ​ສະໝັກ​ທັງຫຼາຍ​ຍິ່ງ​ໄດ້ຮັບ​ຄວາມ​ຍ້ອງຍໍ​ເປັນ​ເອກະສັນ​ກັນ, ປັກ​ກິ່ງ​ບ່ອນ​ໃດ​ກໍ່​ເຕັມ​ໄປ​ດ້ວຍ​ຫຍ້າ​ຂຽວ, ຫຼາຍ​ມື້​ມາ​ນີ້, ທ້ອງຟ້າ​ປັກ​ກິ່ງ​ກໍ່​ປອດ​​ໂປ່​ງສົດ​ໃສຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>