ສື່ມວນ​ຊົນ​ອີ​ຕາ​ລີ​ຍ້ອງຍໍ​ວ່າ, ລະ​ດັບ​ກິ​ລາ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ

(GMT+08:00) 2008-08-19 13:33:02 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ໜັງສືພິມ​ກໍຣີ​ເຣ ​ເດ​ວລາ ​ເຊ​ຣາ ​ຊຶ່ງ​ເປັນ​ໜັງ​ສື​ພິມ​ລາຍ​ວັນ​ໃຫຍ່​ກວ່າ​ໝູ່​ຂອງ​ອີ​ຕາ​ລີ​ສະບັບ​ວັນ​ທີ 18 ສິງຫາ​ໄດ້​ພິມ​ບົດ​ຄວາມ, ຍ້ອງຍໍ​ວ່າ, ນັກ​ກິລາ​ຈີນ​ໄດ້​ມີ​ການສະ​ແດງ​ດີ​ເດັ່ນ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເຫັນ​ວ່າ, ລະດັບ​ກິລາ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຮອບດ້ານ.

ບົດ​ຄວາມ​ຂຽນ​ວ່າ, ກິລາ​ແລະ​ການ​ແຂ່ງຂັນ​​ໃນ​ງານໂອ​ລິ​ມປິກ​​ໄດ້​ສະ​ແດງ​ໃຫ້​ເຫັນ​ປະຫວັດສາດ​ແລະ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ, ຄຽງ​ຄູ່​ກັບປະ​ເທດ​​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະດັບ​​ກິລາ​ຂອງ​ຈີນ​ກໍ່​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງຮອບດ້ານ, ຈີນ​ໄດ້​ກ້າວ​ເຂົ້າສູ່​ຖັນ​ແຖວມະຫາ​ປະ​ເທດດ້ານ​ກິລາ, ບໍ່​ພຽງ​ແຕ່​ໄດ້​ຄອງ​ທ່າ​ແຮງ​ໃນລາຍການ​ມູນ​ເຊື້ອ​ທໍ່​ນັ້ນ, ກໍ່​ເລີ່​ມ​ເຂົ້າສູ່​ລາຍການ​ກິລາ​ທີ່​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຄຸ້ນ​ເຄີຍ. ນີ້​ກໍ່​ແມ່ນ​ສາ​ເຫດ​ທີ່​ນັກ​ກິລາ​ຈີນ​ນຳ​ໜ້າ​ກ່ອນ​ໝູ່​ໃນ​ການ​ຊິງ​ເອົາຫຼຽນຄຳ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>