ນັກ​ກິລາ​ຈີນ ເຂົ້າສູ່​ການ​ແຂ່ງຂັນຄູ່​ຊີງ​ຊະນະ​ເລີດຂອງບານ​ສົ່ງ​ຫາດ​ຊາຍ​ເພດ​ຍິງ

(GMT+08:00) 2008-08-19 15:32:29 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຈີນ: ​ໃນ​ການ​ແຂ່ງຂັນຮອບ​ຮອ​ງ​ຊະນະ​ເລີດງານ​​ໂອ​ລິ​ມປິກ​ປັກ​ກິ່ງຂອງບານ​ສົ່ງ​ຫາດ​ຊາຍ​ເພດ​ຍິງທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ18 ສິງຫາ​ນີ້, ນັກ​ກິລາ​ຈີນ ຄືນາງທຽນ​ຈ່າ ​ແລະ ວາງ​ເຈ໋​ໄດ້​ຜ່ານ​ຈາກ​ການ​ແຂ່ງຂັນໃນຮອບຮອງຊະນະເລີດ,​ເອົາ​ຊະນະ​ຄູ່​ແຂ່ງຂັນຂອງຈີນ​ດ້ວຍ​ຄະ​ແນນ​2:1. ​ເຂົາ​ເຈົ້າ​ຈະ​ສູ້ກັບ ຄູ່ນັກ​ກິລາ​ອາ​ເມ​ລິ​ກາ ​​ທີ່ແຂ່ງຂັນ100​ກວ່າເທື່ອບໍ່ເຄີຍເສຍ.

ກ່ອນ​ໜ້າ​ນີ້, ຜົນງານ​ດີ​ກວ່າ​ໝູ່​ຂອງ​ບານ​ສົ່ງ​ຫາດ​ຊາຍໃນ​ປະຫວັດສາດ​ງານ​ກິລາ​ໂອ​ລິ​ມປິກ​ຂອງຈີນແມ່ນ​ໄດ້ທີ9. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້, ທິມບານ​ສົ່ງຫາ​ດຊາຍ​ຈີນໄດ້​ຕັ້ງ​​ເປົ້າ​ໝາຍ​ຂອງ​ຕົນ​"ຮັກສາ​ທີ8​ຍາດ​ໃຫ້ໄດ້​ທີ4", ປັດຈຸບັນ, ສອງ​ທິມຂອງ​ຈີນ​ໄດ້​ເຂົ້າສູ່​ການ​ແຂ່ງຂັນ​ຮອບ​ຮອງ​ຊະນະ​ເລີດ,​ແລະ​ຢ່າງ​ໜ້ອຍ​ຈະ​ໄດ້​ຮັບ​ຫຼຽນ​ເງິນ​ຫຼຽນ​ໜຶ່ງ,​ໄດ້​ສ້າງ​ຜົນງານ​ດີ​ທີ່ສຸດໃຫ້ແກ່ປະຫວັດສາດ​ຂອງກິລາປະເພດນີ້ຂອງຈີນແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>