ເຂດ​ປະສົບ​ແຜ່ນດິນ​ໄຫວ​​ແຂວງ​ເສສວນ​ຈີນ​ຖື​ການຈັດສັນ​ເຮືອນ​ຢູ່​ເປັນ​ໜ້າ​ທີ່​ຮີບ​ດ່ວນ​ກວ່າ​ໝູ່

(GMT+08:00) 2008-08-19 15:44:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ19 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານນາງ​ຮວງ​ຢ້ານ​ຢົງ ຮອງ​ເຈົ້າ​ແຂວງ​​ເສ​ສວນ​ຈີນ​ກ່າວ​ວ່າ, ​ໃນ​ເວລາ​ຊຸກ​ຍູ້​ການ​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃໝ່, ​ແຂວງ​ເສ​ສວນ​ຖື​ການຈັດສັນ​ເຮືອນ​ຢູ່​ຂອງ​ປະຊາຊົນ​ໃນ​​ເຂດ​ປະສົບ​ໄພ​ເປັນ​ໜ້າ​ທີ່​ຮີບ​ດ່ວນ​ກວ່າໝູ່​​ຕະຫຼອດມາ.

ທ່ານນາງ​ຮວງ​ຢ້ານ​ຢົງ​ກ່າ​ວວ່າ, ​ເປົ້າ​ໝາຍ​ການ​ຈັດ​ສັນ​ເຮືອ​ນຢູ່​ແມ່ນ: ຢູ່​ຊົນນະບົດ,ຕັ້ງ​ເປົ້າ​ໝາຍ​ໃຊ້​ເວລາ1​ປີ​ເຄິ່ງ ສຳ​ເລັດ​ໜ້າ​ທີ່​ກໍ່ສ້າງ​ເຮືອນ​ຢູ່​ຂອງ​ຊາວກະສິກອນ​ທີ່​ເພພັງ ​​ແລະ ຖືກ​ທຳລາຍ​ຮ້າຍ​ແຮງ​ໃນ​ໄພ​ແຜ່ນ​ດິນ​ໄຫວ​ຄືນ​ໃໝ່​ຢ່າງຮອບດ້ານ,ສ່ວນຢູ່​ຕົວ​ເມືອງ,​ຕັ້ງ​ເປົ້າ​ໝາຍ​​ໃຊ້​ເວລາ2​ປີ​ເຄິ່ງ ສຳ​ເລັດ​ການສ້າງສາ​ເຮືອນ​ຢູ່​ໃນ​ຕົວ​ເມືອງ​ຄືນ​ໃໝ່​ຢ່າງຮອບດ້ານ. ນາງ​​​ແຈ້ງ​ວ່າ, ​ແຂວງ​ເສ​ສວນ​​ໄດ້​ເລິ່ມກໍ່ສ້າງ​ເຮືອນ​ຢູ່​ແບບ​ຖາວອນ​ຢູ່​ຊົນນະບົດ​ກ່ອນ​ໝູ່. ນັບ​ມາ​ຮອດ​ວັນ​ທີ12 ​ສິງຫາ​ນີ້, ທົ່ວ​ແຂວງ​ເສ​ສວນ​ໄດ້​ເລິ່ມສ້າງ​ເຮືອນ​ຢູ່​ແບບ​ຖາວອນ​ຫຼັງ​ໄພພິບັດຢູ່​ຊົນນະບົດ​ໃຫ້​ແກ່ປະຊາຊົນ1​ແສນ9​ໝື່ນ​ກວ່າ​ຄອບຄົວ,​​ແລະ​ເກືອບ2​ໝື່ນ​ຄອບຄົວ​ໄດ້​ສ້າງ​ສຳ​ເລັດ, ການ​ກໍ່ສ້າງ​ເຮືອນ​ຢູ່​ຂອງ​ຕົວ​​ເມືອງ​ກໍ່​ຈະ​ເລິ່ມດຳ​ເນີນ​ໂດຍ​ໄວ.

ໃນ​ເວລາ​ບໍ່​ຮອດ3​ເ​ດືອນຫຼັງ​ໄພ, 4ລ້ານ4​ແສນ​ກວ່າ​ຄອບຄົວ ​ແລະ ປະຊາຊົນຫຼາຍ​ກວ່າ10​ລ້ານ​ຄົນ​ໃນເຂດ​ປະສົບ​​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ​ໄດ້​​​ເຂົ້າພັກ​ຢູ່​ໃນ​ເຮືອນ​ຊົ່ວ​ຄາວ​ແລ້​ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>