ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໃນ​ໄລຍະ​ງານໂອ​ລິ​ມປິກ​ແມ່ນ​ດີກ​ວ່າ​ໝູ່​ໃນ​ໄລຍະ10​ປີ​ມາ​ນີ້

(GMT+08:00) 2008-08-19 15:50:31 cri
-----------------------------------------------------------------------------------------------------------------

ຕາ​ມຂ່າວCRI: ວັນ​ທີ19 ສິງຫາ​ນີ້, ທ່ານ​ຕູ້​ຊ້າ​ວຈົ່ງ ຮອງ​ຫົວໜ້າ​ພະ​ແນ​ກອະນຸລັກ​ສິ່ງ​ແວດ​ລ້ອມນະຄອນ​ຫຼວງປັກ​ກິ່ງ​ກ່າວ​ວ່າ, ລະດັບ​ມົນ​ລະ​ພິດ ​ແລະ ຄວາມ​ຂຸ້ນ​ຂອງມົນ​ລະ​ພິດຂອງ​ນະຄອນ​ຫຼວງປັກ​ກິ່ງ​ໄດ້​ຫຼຸດ​ລົງ​ຫຼາຍ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ປັກ​ກິ່ງ​ພວມບັນລຸ​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ເຮັດໃຫ້​ອາກາດ​ໃນ​​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ດີ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຕູ້​ຊ້າ​ວຈົ່ງ​ກ່າວ​ວ່າ, ​ແຕ່​ວັນ​ທີ1 ຫາ ວັນ​ທີ19​ສິງຫາ​ນີ້, ຄຸນ​ນະພາ​ບອາກາດ​ຂອງ​ປັກກິ່ງ​ໄດ້ຄາດໝາຍ​​ ​ທຸກ​ມື້, ຈຳນວນ​ມື້​ທີ່​ຄຸນ​ນະພາ​ບອາກາດ​ໄດ້ລະດັບ​ທີ1​ມີ10​ມື້, ກວມ​​ຫຼາຍ​ກວ່າເຄິ່ງໜຶ່ງ ​ຂອງ ​ຈຳນວນ​ມື້,​ແມ່ນ​ລະດັລດີກ​ວ່າ​ໝູ່​ໃນ​​ໄລຍະ10​ປີ​ມາ​ນີ້.

ນອກ​ນີ້, ທ່ານ​ໂກ່​ຫູ ຫົວໜ້າ​ທິມບໍລິການ​ທາງ​ອຸຕຸນິຍົມຂອງ​ງາ​ນໂອ​ລິ​ມປິກ​ເຜີຍ​ໃຫ້​ຮູ້​ວ່າ, ອາກາດ​​ໃນ​ມື້​ອັດງານ​​ໂອ​ລິ​ມປິກ​ປັກ​ກິ່ງ,​ອີງ​ຕາມ​ການ​ພະຍາກອນໃນ​ເບື້ອງ​ຕົ້ນ​ແມ່ນ​ທ້ອງ​ຟ້າຈະ​ບົດ. ທ່າ​ນຍັງ​ກ່າວ​ວ່າ, ໜ່ວຍ​ອຸຕຸນິຍົມ​ຈະພະຍາກອນອາກາດ​ຢູ່​ເຂດ​ອ້ອມຂ້າງ​ສະໜາມກິລາ"ຮັງ​ນົກ"ໃນ​ມື້​ທີ່​ຈັດ​ພິທີ​ປິດ​ອັດງານ​ກິລາ​ໂອ​ລິ​ມປິກຢ່າງ​ຊັດ​​ເຈນໃນ​ວັນ​ທີ22 ສິງຫາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>