ທ່ານຣົກ​ເລ​ເຫັນ​ວ່າ, ປັກ​ກິ່ງ​ໄດ້​ຍົກ​ມາດ​ຕະ​ຖານ​ຂອງ​ງານ​ໂອ​ລິ​ມປິກ

(GMT+08:00) 2008-08-20 10:50:46 cri
-----------------------------------------------------------------------------------------------------------------
ຕາມໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງຈີນ, ວັນ​ທີ19​ສິງຫາ​ນີ້, ​ໃນ​ເວລາ​ທ່ານ​ຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄປ​ຢ້ຽມຊົມ​ບ້ານ​ໂອ​ລິ​ມປິກ​ເມືອງ​ຊິງ​ຕາວ​ຈີນ, ທ່ານ​ກ່າວ​ວ່າ, ປັກ​ກິ່ງ​ໄດ້​ຍົກ​ມາດຕະຖານ​ຂອງ​ງານ​ໂອ​ລິ​ມປິກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ຖານະ​ເປັນ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ທ່ານ​ຫວັງ​ຢ່າງ​ຍິ່ງ​ວ່າ​ນີ້​ຈະ​ເປັນ​ງານ​ໂອ​ລິ​ມປິກ​ທີ່​ດີ​ທີ່​ສຸດ​.

ຕອນ​ບ່າຍ​ວັນ​ທີ19​ສິງຫາ​ນີ້, ທ່ານຣົກ​ເກ​ພ້ອມ​ຄະນະ​ໄດ້​ເຂົ້າຢ້ຽມ​ຊົມ​ບ້ານ​ໂອ​ລິ​ມປິກ​ເມືອງ​ຊິງ​ຕາວ, ທ່ານ​ພ້ອມ​ພັນ​ລະ​ຍາ​ໄດ້​ຊົມ​ການສະ​ແດງ​ສິນລະປະ​ການ​ຊົງ​ຊາ​ຢ່າງ​ຕິດ​ໃຈ, ​ແລະ​ຊິ​ມນ້ຳ​ຊາ​ທີ່​ຫອມ​ຫວນ; ​ໃນ​ເຂດ​ວາງສະ​ແດງ​ວັດທະນະທຳ​ປະ​ເພນີ​ຊົນ​ເຜົ່າ, ທ່ານ​ຍັງ​ໄດ້​ຮັບ​ເອົາ​ຜົນງານ​ທີ່ທ່ານ​ຈຽງ​ຈິ້ງ​ຮວາ ສິນລະປິນສີກ​ເຈ້ຍ​ແລະ​ການ​ຂຽນງາມ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.

ທ່ານຣົກ​ເກ​ເຫັນ​ວ່າ, ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ມີ​ນັກ​ກິລາ​ຫຼາຍ​ຄົນ​ໄດ້​ທຳລາຍ​ສະຖິຕິ​ໂລກ​ເລື້ອຍໆ, ປັກ​ກິ່ງ​ແມ່ນ​ເວທີ​ສະ​ແດງ​ຄວາມ​ຝັນ​ທີ່​ຈົບງາມກວ່າ​ໝູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>