ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ເຂົ້າ​ສູ່​ມື້​ທີ 12, ຈະ​ຊິງ​ເອົາ​ຫຼຽນ​ຄຳ 11 ຫຼຽນ

(GMT+08:00) 2008-08-20 12:01:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 20 ສິງຫາ​ນີ້, ການ​ແຂ່ງຂັນ​ຂອງ​ງາ​ນ​ໂອ​ລິ​ມປິກ​ປັກ​ກິ່ງ​ເຂົ້າສູ່​ມື້​ທີ 12, ຈະ​ຊິງ​ເອົາ​ຫຼຽນຄຳ 11 ຫຼຽນ​ໃນ​ລາຍການ​ແລ່ນ​ແລະ​ລານ, ມວຍ​ປໍ້າ, ລອຍ​ນ້ຳ​ມາລາ​ທອນ, ລະບຳ​ໃນ​ນ້ຳ, ​ເທ​ຄວນ​ໂດ, ​ແລະ​ເຮືອ​ໃບ.

ລາຍການ​ທີ່ໜ້າ​ສົນ​ໃຈກວ່າ​ໝູ່ໃນ​ວັນ​ທີ 20 ​ແມ່ນ​ການ​ແຂ່ງຂັນ​ແລ່ນ 200 ​ແມັດ​ເພດ​ຊາຍຮອບ​ຊິງ​ຊະນະ​ເລີດ. ທ້າວຢູ​ເຊ​ນ ບອດ ​ແຊມ​ປຽນ​ແລ່ນ 100 ​ແມັດ​ເພດ​ຊາຍ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນີ້, "ຄົນ​ບິນ"ຢາ​ມາຍ​ກາ​ຈະ​ບຸກທະລຸ​ສະຖິຕິ​ໂລກ​ອີກ. ​ສະໜາມແຂ່ງຂັນ​ແລ່ນ​ແລະ​ລານ​ຍັງ​ຈະ​ດຳ​ເນີນ​ການ​ແຂ່ງ​ຄວ່າງ​ໝາກ​ຕຸ້ມ​ໂສ້​ເຫຼັກ​​ເພດ​ຍິງແລະ​ແລ່ນ​ຂ້າມ​ຮົ້ວ 400 ​ແມັດ​ເພດຍິງຮອບ​ຊິງ​ຊະນະ​ເລີດ.

ວັນ​ທີ 20 ສິງຫາ​ນີ້, ຈະ​ມີ 4 ຫຼຽນຄຳ​ກຳ​ເນີ​ດຂຶ້ນ​ໃນ​ລາຍການ​ນ້ຳ. ​ໃນ​ລາຍການ​ລອຍ​ມາລາ​ທອນ 10 ກິ​ໂລ​ແມັດ​ເພດ​ຍິງ​​​ໃນ 9 ​ໂມງ​ເຊົ້າ, ນັກ​ກິລາຣັດ​ເຊຍ​ຈະ​ມີ​ໂອ​ກາດຫຼາຍກວ່າ​ໝູ່​ທີ່​ຈະຊິງ​​ໄດ້ຫຼຽນຄຳ. ​ໃນ​ການ​ແຂ່ງຂັນ​ເຮືອ​ໃບ​ຮອບຊິງຫຼຽນ​ເພດ​ຍິງ, ນາງ​ອິນ​ຈ້ຽນ ​ເຈົ້າຂອງຫຼຽນ​ເງິນ​ໃນ​ງານ​ໂອ​ລິ​ມປິກ​ອາ​ແຕນ​ຈະ​ພະຍາຍາມ​ຊິງ​ໄດ້ຫຼຽນຄຳ​ໂອ​ລິ​ມປິກຫຼຽນທຳ​ອິດ​ຂອງ​ເຮືອ​ໃບ​ຈີນ. ການ​​ແຂ່ງຂັນ​ເຮືອ​ໃບ​ເພດ​ຊາຍ​ແລະ​ລະບຳ​ໃນ​ນ້ຳສອງ​ຄົນ​ກໍ່ຈະ​ຊິງ​ເອົາຫຼຽນຄຳ​.

ໃນ​ລາຍການ​ມວຍ​ປໍ້າ​​​ເສລີ​ເພດ​ຊາຍ​ລຸ້ນ 66 ກິ​ໂລ​ແລະ​ 74 ກິ​ໂລກໍ່ຈະ​ຊິງ​ເອົາຫຼຽນຄຳ​, ອາດ​ຈະ​ແມ່ນ​ນັກ​ກິລາ​ຕວກກີ​ແລະຣັດ​ເຊຍ​ຊິງ​ໄດ້.

ໃນ​ວັນ​ທີ 20 ສິງຫານີ້, ຍັງ​​ມີຫຼຽນຄຳ​ຂອງ​ລາຍການ​ເທ​ຄວນ​ໂດ 2 ຫຼຽນ, ຕ່າງ​ແມ່ນ​ລຸ້ນ 49 ກິ​ໂລ​​ເພດ​ຍິງ​ແລະ​ລຸ້ນ 58 ​ກິ​ໂລ​ເພດ​ຊາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>