ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ອາ​ສາ​ສະ​ໝັກ​ແມ່ນ​ປັດ​ໃຈ​ສຳ​ຄັນ​ທີ່​ຢູ່​ເບື້ອງ​ຫຼັງ​ຄວາມ​ສຳ​ເລັດ​ຜົນ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-20 13:45:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ​ເວັບ​​ໄຊ​ຂອງ​ໜັງສືພິມ"​ຄອມ​ປັສ"ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ພິມ​ບົດ​ຄວາມ, ​ຍ້ອງຍໍ​ວ່າ ອາສາ​ສະໝັກ​ແມ່ນ​ປັດ​ໃຈ​ສຳຄັນທີ່​ຢ່​ເບື້ອງູຫຼັງຄວາມສຳ​ເລັດຜົນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.

ບົດ​ຄວາມ​ຂຽນ​ວ່າ, ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ອາສາ​ສະໝັກປະມານ 1 ລ້ານ 7 ​ແສນ​ຄົນ​ໃຫ້ການ​ບໍລິການ​ຢ່າງ​ອົບ​ອຸ່ນ​​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ​ໃນ​ນັ້ນ, ລວມທັງ​ອາສາ​ສະໝັກ​​ໃນ​ການ​ແຂ່ງຂັນ 7 ໝື່ນ​ກວ່າ​ຄົນ, ອາສາ​ສະໝັກ​ໃນ​ເມືອງ 4 ​ແສນ​ກວ່າ​ຄົນ, ​ແລະ​ອາສາ​ສະໝັກ​ສັງຄົມລ້ານ​ກວ່າ​ຄົນ, ຕົວ​ເລກ​ດັ່ງກ່າວ​ນີ້​ໄດ້ຫຼາຍກວ່າ​ງານ​ໂອ​ລິ​ມປິກ​ 2 ຄັ້ງກ່ອນ​ຢ່າງຫຼວງຫຼາຍ.

ບົດ​ຄວາມ​ຊີ້​ອອກ​ວ່າ, ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ​ເວົ້າພາສາ​ຕ່າງປະ​ເທດຫຼ່ຽນ​ໄຫຼດີ, ມີ​ຄວາມ​ໄຫວພິບ, ​ໃນ​ເວລາ​ສະໜອງ​ການ​ຊ່ວຍ​ເຫຼືອມັກ​ຍິ້ມ​ຕະຫຼອດ, ການ​ບໍລິການ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ໃນ​ລະດັບ​ສູງ​ຈາກບຸກຄົນ​ວົງ​ການ​ຕ່າງໆ ​ຊຶ່ງ​ລວມທັງ​ທ່ານ​ຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິມປິກ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>