ຫລຽນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຄຸນ​ນະ​ພາ​ບສູງ​ເທົ່າ​ກັບ​ເງິນ​ຫລຽນ​ຕາມ​ກົດຫມາຍ

(GMT+08:00) 2008-08-20 15:08:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ຫລຽນຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເທື່ອ​ນີ້​ໄດ້​ໃຊ້​ຢົກຈີນ​ເປັນຄັ້ງທຳ​ອິດ. ວິຊາການ​ກ່າວ​ວ່າ, ຄົນ​ທັງຫລາຍ​ສາມາດ​ໄວ້​ໃຈ​ໄດ້​ຕໍ່​ຄຸນ​ນະພາ​ບຂອງ​ຫລຽນ​ໂອ​ລິ​ມປິກ​ຄື​ກັບ​ການ​ໄວ້​ໃຈຕໍ່​ເງິນ​ຫລຽນ​ຕາມ​ກົດຫມາຍ.

ຂ່າວ​ແຈ້ງວ່າ,​ໂລຫະ​ທີ່​ຫລໍ່​ເປັນ​ຫລຽນໂອ​ລິ​ມປິກປັກ​ກິ່ງ​ຄັ້ງນີ້,ມີ​ຄຳ 13,04 ກິ​ໂລ​ແລະ​ເງິນ 1340ກິ​ໂລກຼາມ​ແມ່ນ​ນຳ​ເຂົ້າຈາກ​ອົສຕຼາລີ,ທອງ 6930 ກິ​ໂລ​ແມ່ນ​ນຳ​ເຂົ້າຈາກ​ຈີ​ເລ,ຜ່ານ​ການ​ກວດກາ​ຂອງ​ອົງການ​ວິຊາ​ການ​ແລ້ວ​ເຫັນ​ວ່າ, ຄວາມ​ສຸດທິ​ຂອງ​ຄຳ​ແລະ​ເງິນ​ບັນລຸ​ເຖິງ 99,9%, ສ່ວນ​ຢົກທີ່​ປະດັບ​ໃສ່​ຫລຽນ​ນັ້ນ​ແມ່ນ​ຂຸດ​ຈາກ​ພູ​ຄຸນ​ລຸນ​ຂອງ​ຈີນ.ຜ່ານ​ການ​ຄັດຢ່າງ​ລະອຽດ​ແລ້ວ,ວົງ​ຢົກ​ແຕ່​ລະ​ອັນມີ​ຮູບ​ເຊັ່ນ​ດຽວ​ກັນ​ບໍ່​ຜິດ​​ກັນ​ຫລາຍ​ກວ່າ 1/3 ຂອງ​ເສັ້ນຜົມ​ເສັ້ນຫນຶ່ງ.

ຜູ່​ອອກ​ແບບ​ຍັງ​ໄດ້​ເພີ່ມ​ຕື່ມ​ວັດຖຸ​ທີ່​ເຮັດ​ເປັນ​​ຍານ​ອະວະກາດ​ນັ້ນ​ເຂົ້າ​​ໃສ່​ບ່ອນ​ຫວ່າງ​ລະຫວ່າງ​ໂລຫະ​ກັບ​ວົງ​ຢົກ,​ເພື່ອ​ຮັບປະກັນ​ບໍ່​ໃຫ້​ຫລຽນຕົກ​ໃສ່​ພື້ນຢ່າງ​ບັງ​ເອີນ​ແລ້ວ​ຢົກແຕກຫລື​ຫລຸດ​ອອກ.

​ເພື່ອ​ຮັບປະກັນ​ລະດັບ​ຜະລິດຫລຽນ, ຄະນະ​ຈັດຕັ້ງງານ​ໂອ​ລິ​ມປິກ​ຍັງ​ຕັ້ງ​​​​ໃຈເລືອກ​ເອົາ​ວິ​ສາ​ຫະກິດ​ຜະລິດ​ຫລຽນ​ທີ່​ຊອບ​ກົດຫມາຍ​ຂອງ​ຈີນ​ມາ​ຜະລິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>