ຜູ້ນຳ​ຈີນ​ໄປ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະໜາມກິລາ​ໂອ​ລິ​ມປິກ​ໃນ​ຖານະ​ຜູ້​ຈົດ​ທະບຽນ

(GMT+08:00) 2008-08-20 15:50:02 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ:ວັນ​ທີ 20 ສິງຫາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງ​ຫຼື BIMC,ທ່ານ​ຢາ​ວຮູ່ຍ ຮອງ​ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງສະໜາມກິລາ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,ຜູ້ນຳ​ພັກ​ລັດ​ຈີນ​ໄປ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະໜາມກິລາ​ໃນ​ຖານະ​ເປັນສະມາຊິກ​ໃນ​ວົງ​ຄະນາ​ຍາດ​ໃຫຍ່​ໂອ​ລິ​ມປິກ​ທີ່ຈົດ​ທະບຽນ.

ທ່ານ​ຢາ​ວຮູ່ຍກ່າວ​ວ່າ,ຜູ້ນຳ​ພັກ​ລັດ​ຈີນ​ລ້ວນ​ແຕ່​ແມ່ນ​ແຂກ​ທີ່​ມີ​ກຽດ​ຂອງ​ປະ​ເທດ​ເຈົ້າພາບ,ຍັງ​ແມ່ນ​ແຂກຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ,ຕ້ອງ​ຈົດ​ທະບຽນ​ກ່ອນ,​ເຄື່ອນ​ໄຫວ​ຕາມ​ການ​ແບ່ງ​​ເຂດ​ແລະ​ເສັ້ນທາງ​ຂອງ​ຜູ້​ຈົດ​ທະບຽນ.ມາດຕະຖານ​ແລະ​ເນື້ອ​ໃນ​ຂອງ​ການ​ບໍລິການອື່ນໆ​ສຳລັບ​ພວກ​ເພິ່ນ,ລວມທັງ​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ແລະປະມຸກ​ລັດຂອງ​ປະ​ເທດ​ຕ່າງໆ​ແມ່ນ​ຄື​ກັນ​ກັບ​ສະ​ມາ​ຊິກ​ອື່ນ​ໃນ​ວົງ​ຄະນາ​ຍາດ​ໃຫຍ່​ໂອ​ລິ​ມປິກ.

ທ່ານ​ຢາ​ວຮຸ່ຍ​ກ່າວ​ວ່າ,ຜູ້ນຳ​ພັກ​ລັດ​ຈີນ​ໄປ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະໜາມກິລາ,ບໍ່​ວ່າຕໍ່ນັກ​ກິລາ​ຈີນ​ຫຼື​ຕໍ່ຜູ້​ຄຸ້ມ​ຄອງຂອງ​ສະໜາມກິລາ​ແລ້ວ,ລ້ວນ​ແຕ່​​ເປັນ​ການ​​ໃຫ້​ກຳລັງ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>