ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ​ປະ​ຊາ​ຊົນ​ທົ່ວ​ໂລກ​ມີ​ປະຕິ​ກິລິ​ຍາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-20 17:58:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ວັນ​ທີ20ສິງຫາ​ນີ້, ນາງ​ກິ​ເຊ​ເລ ​ເດ​ວິສ ​ໂຄສົກ​ຄະນະ​ກຳມະ​ການ​ໂອ​ລິມ​ປິກສາ​ກົນ​ກ່າວ​ວ່າ, ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ​ໄດ້​ຈັດ​ການ​ຢັ່ງ​ປະຊາ​ມະຕິ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງຢູ່​ໃນ​ທົ່ວ​ໂລກ, ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາ​ຊົນ​ມີ​ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຸດ.

ວັນ​ທີ20​ສິງຫາ​ນີ້​ຢູ່​ສູນ​ຂ່າວ​ໂອ​ລິ​ມປິກ​ປັກ​ກິ່ງ, ນາງ​ເດ​ວິສກ່າວ​ວ່າ, ຕົວ​ເລກ​ທີ່​ພວກ​ເຮົາໄດ້​ຮັບ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາ​ຊົນ​ເຫັນ​ວ່າງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້​ຮັບຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ. ຜົນ​ການ​ປະ​ເມີນ​ອື່ນໆ​ຫຼາຍ​ຢ່າງ​ກໍ່​ເປັນ​ທີ່​ປຶກສາ​ໄດ້, ຕົວ​ຢ່າງ​ວ່າ ຜົນ​ການ​ສຳ​ຫຼວດ​ຂອງ​ຂ່າວສານ​ອາ​ເມ​ລິ​ກາ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ສ່ວນ​ຫຼາຍ​ທີ່​ສຸດ​ເຫັນວ່າ​​ໃຫ້​ປັກ​ກິ່ງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ການ​ເລືອກ​ທີ່​ຖືກຕ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>