ການຖ່າຍ​ທອດ​ສົດ​ຂອງ​​ໂອ​ລິ​ມປິກ​ປັກ​ກິ່ງທີ່​ມີ​ຂະໜາດ​ໃຫຍ່​ກວ່າທຸກ​ຄັ້ງໃນ​ປະ​ຫວັດ​ສາດ

(GMT+08:00) 2008-08-20 18:18:58 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ20 ສິງຫາ​ນີ້,ທ່ານ​ຕີ​ໂມ ລູ​ມ ຫົວໜ້າພະ​ແນກພັດທະນາ​ຕະຫຼາດ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກສາກົນ​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຖ່າຍ​ທອດ​ສົດ​ໄປ200ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ,ການຖ່າຍ​ທອດ​ສົດ​ມີ​ຂະໜາດໃຫຍ່​ກວ່າ​ທຸກ​ຄັ້ງໃນ​ປະ​ຫວັດ​ສາດ.

ມື້​ດຽວກັນ,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ສູນ​ຖະ​ແຫຼ​ງຂ່າວຫຼັກ​ຂອງ​ໂອ​ລິມປິກປັກ​ກິ່ງ,ທ່ານ​ກ່າວ​ວ່າ,

"​ເວລາ​ຖ່າຍ​ທອດ​ຢູ່​ແຫ່ງ​ຕ່າງໆ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ລື່ນ​ກາຍ​ທຸກ​ຄັ້ງໃນ​ປະຫວັດສາດ,ດ້ານ​ໜຶ່ງ​ແມ່ນ​ແທ່ນ​ສື່ຖ່ຍທອດ​ເພີ່ມ​ຂຶ້ນ,​​ຂະນະ​ດຽວ​ກັນນີ້​ກໍ່​ສະ​ແດງ​​ໃຫ້​ເຫັນ​ວ່າຜູ່​ຊົມ​ທົ່ວ​ໂລກສົນ​ໃຈ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ."

ທ່ານ​ລູມກ່າວ​ວ່າ,ອັດຕາ​ເບິ່ງ​​ງານ​ໂລ​ອິມປິກ​ປັກກິ່ງ​ໂດຍ​ຜ່ານໂທລະພາບ​ໃນ​ທົ່ວ​ໂລກ​ແມ່ນ​ສູງ​ກວ່າ​ທຸກ​ຄັ້ງໃນ​ປະ​ຫວັດ​ສາດ.ຢູ່​ຈີນ,ມີຜູ່​ຊົມ840ລ້ານ​ຄົນ​​ໄດ້​ຮັບ​ເບິ່ງ​ການ​ຖ່າຍ​ທອດ​ສົດ​ຂອງ​ພິທີ​ໄຂ,ນີ້​ແມ່ນ​ງານາະຫາ​ກຳ​ກິລາ​ທີ່​ມີ​ອັດຕາ​ຮັບ​​​​ເບິ່ງໂທລະພາບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​​ໂທລະພາບ​ຂອງ​ຈີນ.ສ່ວນວ່າ​ຢູ່​ອາ​ເມ​ລິ​ກາ,ອັດຕາ​ຮັບ​ເບິ່ງ​ໂທລະພາບ​ທີ່NBCຖ່າຍ​ທອດ​ສົດການ​ແຂ່ງຂັນ​ລອຍ​ນ້ຳ​ຂອງທ້າວ​ເຟວສ໌ ນັກ​ກິລາ​ອາ​ເມ​ລິ​ກາ​ໃນ​ວັນ​ທີ16 ສິງຫາ​ນີ້ແມ່ນ​ອັດຕາສູງ​ສຸດ​ໃນ18ປີ​ທີ່​ຜ່ານ​ມາ.

ນອກ​ນີ້,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ເປັນ​ເທື່ອ​ທຳ​ອິດ​ຂອງ​ການຖ່າຍ​ທອດ​ສົດ​ໂດຍ​ຜ່ານ​ສື່​ມວນ​ຊົນ​ໃໝ່​ໃນ​ປະຫວັດສາດ.ຜູ່​ກົດ​​​ເວ​ບ​ໄຊ​ຂອງ​ຄໂອ​ລິ​ມປິກ​ສາກົນ​ກໍ່ສ້າງ​ສະຖິຕິປະຫວັດສາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>