ສື່​ມວນ​ຊົນ​ເບຼຊິນ​ກ່າວ​ວ່າ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ເບຼຊິນ​ຮັບ​ຮູ້​ຈີນ​ຢ່າງ​ຖືກ​ຕ້ອງ

(GMT+08:00) 2008-08-21 14:07:44 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິ​ນຮວາ, ວັນ​ທີ20​ສິງຫາ​ນີ້, ຂ່າວສານ​​ເບຼຊິນ​ພິມ​ບົດ​ຄວາມ​ຂຽນ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຊ່ວຍ​​ໃຫ້​ວິ​ສາ​ຫະກິດ​ເບຼຊິນ​ຮັບ​ຮູ້​ຈີນ​ຢ່າງ​ຖືກຕ້ອງ.


ບົດ​ຄວາມ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ທ່ານຫຼິວປາວ​ລົວ ປະທານ​ສະມາຄົມ​ພັດທະນາ​ເສດຖະກິດ​ເບຼຊິນ​ຈີນ ມາ​ກ່າວ​ວ່າ, ຜ່ານ​ຈາກ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຄົນ​ທັງຫຼາຍສາມາດຣັບຮູ້​ຈີນ​ຢ່າງ​ຖືກຕ້ອງ, ຮູ້​ວ່າ​ໃນ20​ປີ​ມາ​ນີ້, ຈີນ​ໄດ້​ພັດທະນາ​ຕະຫຼອດ​ມາ,​ ​ແລະ​ຍັງ​ສາມ​າດພັດທະນາ​ຕໍ່​ໄປ​ໃນ20​ປີ​ຂ້າງ​ໜ້າ.

​​ໃນ​ເວລທ່ານ​ມາ​ເຊ​ນ ​ເລຂາທິການ​ໃຫຍ່​ສະມາຄົມ​ນັກທຸລະກິດ​ເບຼຊິນ​ຈີນ​ໃຫ້​ສຳພາດ​ຕໍ່​ຂ່າວສານ​ເບຼຊິນ, ທ່ານ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ເບຼຊິນ​ໄປ​ລົງທຶນ​ຢູ່​ຈີນ. ທ່ານ​ກ່າວ​ວ່າ, ດຶງ​ດູດ​ທຶນ​ຕ່າງປະ​ເທດ​​ແມ່ນ​ນະ​ໂຍບາຍ​ບູລິ​ມະ​ສິດ​ຂອງ​ລັດຖະບານ​ຈີນ, ​ແຕ່​ສິ່ງ​ທີ່​ຈີນ​ຕ້ອງການ​ນັ້ນ​ບໍ່​ແມ່ນ​ການ​ລົງທຶນ​ແບບ​​ໃດ​ກໍ​ໄດ້, ຫາກ​ແມ່ນ​ການ​ລົງທຶນ​ໃນ​ດ້ານ​ໄຮ​ເທັກ​ແລະ​ດ້ານ​ຄົ້ນຄວ້າ​ແລ​ະພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>