ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ແລະ​ວົງ​ການ​ການ​ຄ້າ​ຂອງ​ຫຼາຍ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ5

(GMT+08:00) 2008-08-21 21:21:09 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ21​ສິງຫາ​ນີ້,ຢູ່​ນະຄອນ​ນານ​ນິງ,ກອງ​ເລຂາ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ເປີດ​ເຜີຍ​ວ່າ,ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ​5​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ພາກ​ໃຕ້​ຂອງ​ຈີນ​ແຕ່​ວັນ​ທີ22​ຫາ​ວັນ​ທີ25​ຕຸລາ​ປີ​ນີ້.​ຮອດ​ເວ​ລາ​ນັ້ນ,​ຈະ​ມີ​ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ​ແລະ​ວົງ​ກາ​ນການ​ຄ້າ​ຂອງ​ຫຼາຍ​ປະ​ເທດ​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຄັ້ງ​ນີ້.

ຕາມ​ຂ່າວ​ແຈ້ງວ່າ,​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ນອກ​ດິນ​ຈີນ9​ແຫ່ງ​ໄດ້​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ,​ເຊິ່ງມີ​ວິທະຍາ​ດ​ເຕັກ​ໂນ​ໂລ​ຊີ​ຫຼາຍ​ກວ່າ​ເກົ່າ,ອັນ​ທີ​ສອງ,ຈຳນວນ​ບ່ອນ​ວາງ​ສະ​ແດງ​ທີ່​ມີ​ຜູ່​ຮ້ອງ​ຂໍ​ຈອງ​ໄວ້​ລ່ວງ​ໜ້າ​ນັ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້​ຢ່າງ​ເດັ່ນ​ຊັດ.​ເມື່ອ​ຮອດ​ເວ​ລາ​ນັ້ນ​ຍັງ​ຈະ​ຈັດ​ໃຫ້​ມີ​ເວທີ​ປຶກສາ​ຫາລື14​ເທື່ອ,​ໃນ​ນັ້ນ​ລວມທັງ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ຄົມມະນາຄົມ,ຖະ​ແຫຼ​ງຂ່າວ​ແລະ​ຂົງ​ເຂດ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>