ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ກ່າວ​ວ່າ ປະ​ຈຸ​ບັນ ​ກົນ​ໄກ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທຸກ​ຢ່າງ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ

(GMT+08:00) 2008-08-22 10:11:54 cri
-----------------------------------------------------------------------------------------------------------------
ຕາມໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ, ຫວ່າງ​ມໍ່ໆ​ນີ້, ທ່ານຫຼິວຊາວ​ອູ ຫົວໜ້າ​ພະ​ແນ​ກ ປ້ອງ​ກັນ​ຄວາມ​ປອດ​ໄພ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນເຄັ່ງ​ຄັດ​ແລະ​ສົມ​ເຫດ​ສົມ​ຜົນ, ​ແມ່ນ​ປະຕິບັດ​ຕາມ​ທຳນຽມ​ສາກົນ, ປະຈຸ​ບັນ, ກົນ​ໄກ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທຸກ​ຢ່າງ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ.

ທ່ານ​ຫຼິວຊາວ​ອູ​ກ່າວ​ວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ຈັດ​ກອງ​ປ​ະຊຸມ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ສາກົນ10​ກວ່າ​ເທື່ອ. ສູນ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​​ແລະ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ກັບ​ອົງການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ສາກົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ກິດຈະກຳ​ຂະໜາດ​ໃຫຍ່, ​ໂຈມ​ຕີ​ອາ​ຊະ​ຍາ​ກຳຂ້າມ​ຊາດ​ແລະ​ປ້ອງ​ກັນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>