ການ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນມີ​ຫວັງຈະ​ບັນລຸ​ຄາດໝາຍ​ທີ່​ເກັບ​ກ່ຽວ​ຢ່າງ​ອຸດົມສົມບູນ​ໃນ​ໝົດ​ປີ

(GMT+08:00) 2008-08-22 10:43:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກໜັງສືພິມ"​​ປະຊາຊົນ​ລາຍ​ວັນ"ຂອງ​ຈີນ:ຫວ່າງ​ມໍ່ໆ​ນີ້,ຜູ້​ຮັບຜິດຊອບ​ຂອງ​ກະຊວງ​ກະສິກຳ​ຈີນ​ກ່າວວ່າ,ປະຈຸ​ບັນ,ຈີນມີ​ຫວັງຈະ​ສາມາດ​ເກັບ​ກ່ຽວ​ເຂົ້າ​ນາ​ປີ​ຢ່າງ​ອຸດົມສົມບູນ,ທັນ​ຍາ​ຫານ​ລະດູ​ໃບ​ໄມ້​ຫຼົ່ນ​​ໄດ້​ເຕີບ​ໃຫຍ່​ເປັນ​ຢ່າງ​ດີ,ຖ້າ 6 ​ເດືອນ​ທ້າຍ​ປີ​ນີ້ບໍ່​ມີ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​ເກີດ​ຂຶ້ນ,ການ​ຜະລິດ​ທັນ​ຍາ​ຫານ​ອາດ​ຈະ​ບັນລຸ​ຄາດໝາຍ​ທີ່​​ເກັບ​ກ່ຽວ​ຢ່າງ​ອຸດົມ​ສົມບູນ​ໃນ​ໝົດ​ປີ.

ທັນ​ຍາ​ຫານລະດູ​ຮ້ອນ​ຂອງ​ຈີນ​ໄດ້​ເພີ່ມ​ຜົນ​ການ​ຜະລິດ​ໃນ 5 ປີ​ລຽນຕິດ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້.ຕາມ​ສະຖິຕິ​ເບື້ອງ​ຕົ້ນ,ຜົນ​ການ​ຜະລິດ​ທັນ​ຍາ​ຫານ​ລະດູ​ຮ້ອນ​ມີ​ຮອດ 120 ຕື້ 400 ລ້ານ​ກິ​ໂລ,​ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ​ກາຍ 3 ຕື້​ກິ​ໂລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>